ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ຮ່ວມກັບ ຫ້ອງວ່າການແຂວງ, ປກສ ແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງ ແລະ ແກ້ໄຂ ຮ້ານອາຫານ, ຮ້ານກິນດື່ມ, ຮ້ານເຫຼົ້າ-ເບຍ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ ໃນເທດສະບານ ທີ່ລະເມີດກົດລະບຽບ ແລະ ບໍ່ມີໃບອານຸຍາດດຳເນີນທຸລະກິດ ໃນວັນທີ 15 ກັນຍາ ເພື່ອເຮັດໃຫ້ການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານທີ່ບໍລິການຕ່າງໆ ພາຍໃນເທດສະບານແຂວງອຸດົມໄຊ ເຂົ້າສູ່ລະບຽບ ແລະ ດຳເນີນກິດຈະການໃຫ້ຖືກຕ້ອງຕາມຂໍ້ກຳນົດ, ກົດລະບຽບ, ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ກອງປະຊຸມ ໄດ້ປຶກສາຫາລືຊອກວິທີທາງແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນ ການບໍລິການຮ້ານອາຫານ, ຮ້ານກິນດື່ມ ທີ່ລະເມີດກົດລະບຽບ ໃນຊ່ວງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ຮ້ານທີ່ບໍ່ມີໃບອານຸຍາດດຳເນີນທຸລະກິດ ແລະ ຮ້ານທີ່ມີໃບອານຸຍາດແລ້ວແຕ່ບໍ່ໄດ້ມາດຕະຖານ, ລະເມີດຂໍ້ຫ້າມຕາມໃບອະນຸຍາດດຳເນີນທຸລະກິດ ແມ່ນຈະຖືກກ່າວເຕືອນ, ປັບໃໝ ຫຼື ສັ່ງໂຈະກິດຈະການ.

ໃນໄລຍະຜ່ານມາ, ພະແນກ ຖວທ ແຂວງ, ເມືອງ ແລະ ເຈົ້າໜ້າທີ່ ປກສ ໄດ້ລົງກວດກາພົບເຫັນຍັງມີບາງຮ້ານລະເມີດຕໍ່ມາດຕະການ, ບໍ່ມີໃບອະນຸຍາດດຳເນີນທຸລະກິດ ຫຼື ມີແລ້ວແຕ່ດຳເນີນຜິດກັບໃບອານຸຍາດ, ຮ້ານບໍ່ໄດ້ມາດຕະຖານ ຄະນະຮັບຜິດຊອບໄດ້ມີກ່າວເຕືອນ, ສັ່ງໂຈະກິດຈະການ ແລະປັບໃໝ ຕາມລະບຽບການ ໃນນີ້ ໄດ້ກ່າວເຕືອນຮ້ານອາຫານ, ຮ້ານກິນດື່ມ ທັງໝົດ 105 ຮ້ານ ພົບຮ້ານຈະຕ້ອງໄດ້ປັບປຸງໃຫ້ໄດ້ມາດຕະຖານ 33 ຮ້ານ, ຮ້ານທີ່ບໍ່ມີເອກະສານດຳເນີນທຸລະກິດ 13 ຮ້ານ ແລະໄດ້ສັ່ງປິດກິດຈະການຖາວອນ 1 ຮ້ານ.

ກອງປະຊຸມໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວເມືອງ ຈັດຕັ້ງປະຕິບັດມາດຕະການເດັດຂາດຕໍ່ກັບຮ້ານທີ່ຍັງລະເມີດກົດລະບຽບ, ຮ້ານໃດທີ່ບໍມີໃບອານຸຍາດແມ່ນໃຫ້ໂຈະກິດຈະການຊົ່ວຄາວຈົນກວ່າຈະມີໃບອານຸຍາດຈິ່ງສາມາດເປີດບໍລິການໄດ້ສ່ວນຮ້ານທີ່ມີໃບອານຸຍາດ ແລະ ໄດ້ດຳເນີນກິດຈະການແລ້ວແມ່ນຈະໄດ້ກວດກາຄືນ ແລະປັບປຸງໃຫ້ໄດ້ມາດຕະຖານຕາມເວລາທີ່ກຳນົດ ຖ້າຮ້ານໃດຍັງລະເມີດເປີດບໍລິການເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ໃຊ້ມາດຕະການປັບໃໝ ທັງເຈົ້າຂອງຮ້ານ ແລະ ຜູ້ມາໃຊ້ບໍລິການ ຕາມລະບຽບການ.