ພັທ ໄພທູນ ມະນີວົງ ຮອງຫົວໜ້າພະແນກຕໍາຫຼວດ ຊີ້ນໍາກອງຈາລະຈອນເມືອງສັງທອງ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 22 ກັນຍາ 2021 ວ່າ: ນັບຕັ້ງແຕ່ໄດ້ຮັບຄໍາສັ່ງເລກທີ 016/ຈນວ ຈຶ່ງໄດ້ຈັດກໍາລັງວິຊາສະເພາະ ປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າປະຈໍາຢູ່ບັນດາຈຸດກວດກາເຂົ້າ-ອອກເມືອງຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ຜູ້ທີ່ເດີນທາງໄປ-ມາເຄື່ອນໄຫວ ໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ.

+ ພັທ ໄພທູນ ມະນີວົງ ໃຫ້ຮູ້ວ່າ:

ພາຍຫຼັງທີ່ໄດ້ຮັບຄໍາສັ່ງກ່ຽວກັບ ການເພີ່ມມາດຕະການປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດເຊື້ອພະຍາດໂຄວິດ-19 ໃນຂອບເຂດນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດວາງກໍາລັງວິຊາສະເພາະ ເວົ້າລວມ, ເວົ້າສະເພາະ ກໍຄື ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໂດຍປະສານສົມທົບກັບກໍາລັງປ້ອງກັນທີ່ຕັ້ງ ແລະ ກໍາລັງປ້ອງກັນຊາດ ເມືອງສັງທອງ ເຂົ້າປະຈໍາຈຸດກວດກາ-ຕິດຕາມຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດຕະຫຼອດ 24 ຊົ່ວໂມງ ໂດຍມີການຕັ້ງຈຸດກວດກາທັງໝົດ 4 ຈຸດ (ພາຍໃນເມືອງ).

ໃນນັ້ນ, ໄດ້ກວດກາໃບຢັ້ງຢືນອະນຸຍາດເດີນທາງ ທີ່ທາງຄະນະສະເພາະກິດອອກໃຫ້ ແລະ ໃບຮັບສັກວັກຊີນ, ແຕ່ຖ້າຫາກວ່າບຸກຄົນໃດບໍ່ມີເອກະສານດັ່ງກ່າວ ແມ່ນຈະບໍ່ອະນຸຍາດໃຫ້ຜ່ານຢ່າງເດັດຂາດ. ທັງນີ້, ກໍເພື່ອຮັບປະກັນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ແລະ ຮັກສາໄດ້ຄວາມສະຫງົບປອດໄພ.

ນອກນັ້ນ, ຜ່ານການຈັດຕັ້ງປະຕິບັດມາແຕ່ວັນທີ 19 ກັນຍາ ເຫັນໄດ້ວ່າ: ພໍ່-ແມ່ປະຊາຊົນ ແລະ ຜູ້ທີ່ເດີນທາງເຂົ້າ-ອອກເມືອງ ແມ່ນໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ສ່ວນຫຼາຍລົດທີ່ເດີນທາງເຂົ້າ-ອອກ ກໍແມ່ນລົດບັນທຸກ ເນື່ອງຈາກວ່າຕົວເມືອງດັ່ງກ່າວເປັນເມືອງທີ່ມີການຂຸດຄົ້ນບໍ່ດິນ (ຫິນ-ຊາຍ) ແລະ ເປັນລົດໂຄງການຂອງລັດຖະບານຮັບຜິດຊອບຂ້າມຜ່ານ.