ຢາສູບເປັນຢາເສບຕິດຊະນິດໜຶ່ງທີ່ມີການອະນຸຍາດໃຫ້ຜະລິດ ແລະ ຊົມໃຊ້ໄດ້ຕາມລະບຽບກົດໝາຍ ແຕ່ຢູ່ພາຍໃຕ້ການຄອບຄຸມ ແລະ ຄຸ້ມຄອງ ຂອງລັດຖະບານ, ຖ້າເບິ່ງໃນອີກມູມໜຶ່ງຢາສູບເປັນໄພງຽບທີ່ອັນຕະລາຍຕໍ່ສຸຂະພາບ; ເຊິິ່ງອັດຕາການເສຍຊີວິດປະຊາກອນລາວ ຍັງໜ້າເປັນຫ່ວງ ເພາະແຕ່ລະປີມີຕົວເລກສູງ ສະເລ່ຍມື້ລະ 19 ຄົນ, ປີລະ 70.000 ຄົນ, ເຫັນວ່າໃນເກນອາຍຸ 15 ປີຂຶ້ນໄປ ແມ່ນມີທ່າອ່ຽງເພີ່ມຂຶ້ນ.

ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ຖະແຫຼງຕໍ່ສື່ມວນ ຊົນເນື່ອງໃນໂອກາດໃນວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ, ໃນວັນທີ 31 ພຶດສະພາ 2022 ນີ້ວ່າ: ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ, ຖ້າບໍ່ມີມາດຕະການທີ່ເຄັ່ງຄັດຄາດວ່າຜູ້ເສຍຊີວິດຈະເພີ້ມຂຶ້ນເປັນ 1 ຕື້ຄົນພາຍໃນສັດຕະວັດນີ້; ສຳລັບ ສປປ ລາວ, ອີງຕາມການສຳຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນ ອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງ ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9%ໃນປີ 2015; ນອກຈາກ ນີ້, ການສຳຫຼວດກ່ຽວກັບການສູບຢາ ຂອງໄວໜຸ່ມລາວກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວໜຸ່ມຊາຍ ແລະ ຍິງສູບຢາສູບຈາກໂຮງງານ 10,7% ແລະ 2, 1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ.

ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບ ອາຊຽນ ປີ 2021 ສະເໜີໃຫ້ເຫັນວ່າ ຄົນລາວເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາປະມານ 70.000 ຄົນຕໍ່ ປີ ຫຼື 19 ຄົນຕໍ່ມື້ຊຶ່ງຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ. ນອກຈາກນີ້ ຍັງ ຊີ້ໃຫ້ເຫັນເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມໃນການປິ່ນປົວພະຍາດທີ່ເກີດ ຈາກການສູບຢາໃນລະດັບຊາດແມ່ນ 428 ລ້ານໂດລາ ຫຼື ປະມານ 2,24% ຂອງ GDP.
ທຸກໆປີ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດ ເພື່ອ ການຄວບຄຸມຢາສູບ ຮ່ວມກັບອົງການອະນາໄມໂລກ, ສະມາພັນຄວບຄຸມຢາ ສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດໄດ້ຮ່ວມກັນສະ ເຫຼີມສະຫຼອງວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ, ສັງຄົມ ແລະ ເສດຖະກິດ.

ການສະເຫຼີມສະຫຼອງວັນງົດສູບຢາໂລກກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້ “ ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ”. ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມນັບແຕ່ການຕັດໄມ້ທໍາລາຍປ່າ ເພື່ອປູກຢາສູບ, ການເຮັດສວນຢາສູບ ຍັງທໍາລາຍສານອາ ຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ່ຍ ເຄມີເປັນຈໍານວນຫຼວງຫຼາຍ, ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນຊຶ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ; ນອກຈາກນີ້, ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີຄວາມປອດໄພ, ຄວັນຢາສູບເປັນໜຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ, ມີແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ.

ກະຊວງສາທາລະນະສຸກຈຶ່ງໄດ້ປັບປຸງກົດໝາຍວ່າ ດ້ວຍການຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບການປ່ຽນແປງກ່ຽວ ກັບການຜະລິດ, ການນໍາເຂົ້າ ແລະ ການຊື້-ຂາຍຜະລິດຕະພັນຢາສູບ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ, ໃຫ້ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິ ພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ, ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ, ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ແລະ ມີອາຍຸຍືນຍາວ, ພ້ອມ ທັງປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມ ຢາສູບທີ່ ສປປ ລາວ ເປັນພາຄີ.

ສະນັ້ນ, ຂ້າພະເຈົ້າໃນນາມປະທານ ຄະນະກໍາມະການແຫ່ງຊາດ ເພື່ອການ ຄວບຄຸມຢາສູບຂໍຮຽກຮ້ອງມາຍັງທຸກ ກະຊວງ, ອົງການ, ທຸກພາກສ່ວນທັງ ພາກລັດ ແລະ ເອກະຊົນ, ສື່ມວນ ຊົນທຸກຂະແໜງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະພາກທຸລະກິດຢາສູບຕ້ອງໄດ້ໃຫ້ຄວາມຮ່ວມມືໃນການບັງຄັບໃຊ້ ກົດໝາຍສະບັບດັ່ງກ່າວຢ່າງເຂັ້ມງວດ.

ໃນໂອກາດວັນງົດສູບຢາໂລກປີນີ້ ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານທີ່ຍັງ ສູບຢາຈົ່ງພ້ອມກັນຫຼຸດຜ່ອນການສູບ ຢາ ແລະ ກ້າວໄປສູ່ການອອກຢາສູບ ເພື່ອ ເປັນການປົກປ້ອງຕົນເອງ, ລູກຫຼານ, ຄອບຄົວ ແລະ ຄົນອ້ອມຂ້າງຈາກການ ໄດ້ຮັບຄວັນຢາຈາກທ່ານທີ່ສູບຢາ ຫຼື ວ່າຄວັນຢາສູບມືສອງ ກໍຄືການເປັນພະຍາດ ຮ້າຍແຮງຕ່າງໆ ໂດຍສະເພາະພະຍາດ ຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພະ ຍາດປອດຊຳເຮື້ອ, ຈົ່ງພ້ອມກັນເຮັດໃຫ້ ສະພາບແວດ ລ້ອມປອດຄວັນຢາສູບ ແລະ ເຮັດໃຫ້ການບໍ່ສູບຢາກາຍເປັນຄ່ານິຍົມໃໝ່ຂອງສັງຄົມລາວ ເພື່ອປົກ ປ້ອງຄົນລຸ້ນໃໝ່ຈາກການເຂົ້າສູ່ວົງຈອນ ການເສບຕິດຢາສູບ, ເຮັດໃຫ້ທຸກຄົນດຳລົງຊີວິດໃນສະພາບແວດລ້ອມທີ່ປາສະຈາກຄວັນຢາສູບ 100% ແລະ ມີສຸຂະພາບແຂງແຮງ, ມີອາຍຸຍືນຍາວປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.