ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດພິທີຝຶກອົບຮົບວຽກງານວິຊາສະເພາະສື່ ມວນຊົນ ປກສ ໃຫ້ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ ໃນລະຫວ່າງວັນທີ 6-10 ມິຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ III ກົມໂຄສະ ນາອົບຮົມ ກົມໃຫຍ່ການເມືອງ ປກສ ການເປັນປະທານໂດຍ ພັອ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າກົມສື່ມວນຊົນ ປກສ, ມີຄະນະພັກ-ຄະນະນໍາກົມ, ຫ້ອງການ, ພະແນກ, ຄູ-ອາຈານ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າກົມສື່ມວນຊົນ ປກສ ກ່າວວ່າ:

ການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໂດຍສະເພາະແມ່ນ ວຽກງານການຂຽນຂ່າວ, ການລາຍງານຂ່າວ ແລະ ທັງເຮັດໃຫ້ພະນັກງານ-ນັກຮົບຜູ້ທີ່ເຮັດວຽກງານວິຊາສະເພາະຕົວຈິງ ກຳໄດ້ບັນດາເນື້ອໃນ, ທິດສະດີ ແລະ ຫຼັກການພື້ນຖານຂອງການຂຽນຂ່າວ-ບົດ ແລະ ການຈັດລາຍການວິທະຍຸ, ໂທລະພາບ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານຖືກຕ້ອງຊັດເຈນກັບຄວາມຈິງ.

ທັງໝົດນັ້ນ ກໍເພື່ອເປັນການຍົກລະດັບດ້ານວິຊາສະເພາະ ໃຫ້ແກ່ພະນັກງານ-ນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບການພັດທະນາທາງດ້ານຄວາມຮູ້-ຄວາມສາມາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ມີຄວາມສໍານິຊຳນານ ແລະ ເປັນມືອາຊີບ.

ການຝຶກອົບຮົມດັ່ງກ່າວ ຈະດໍາເນີນໄປເປັນເວລາ 5 ວັນ ແລະ ສ່ວນເອກະສານທີ່ນໍາມາສະເໜີ ແມ່ນປະກອບມີຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ການຜະລິດລາຍການໂທລະພາບ, ການຕັດຕໍ່ພາບ-ສຽງ, ພິທີກອນແບບມືອາຊີບ, ການຂຽນບົດວິຈານ ແລະ ການຈັດລາຍການວິທະຍຸ.