ພິທີມອບ-ຮັບຕຶກວິເຄາະກວດໂຄວິດ 19 (Covid-19) ລະຫວ່າງອົງການໂກຟີ (KOFIH) ຫຼື ມູນນິທິເກົາຫຼີ ເພື່ອຮັກສາສຸຂະພາບສາກົນ ກັບແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2022 ຢູ່ທີ່ໂຮງໝໍແຂວງຄໍາມ່ວນ ໂດຍການໃຫ້ກຽດເຂົ້າເປັນປະທານຂອງທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ (ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ) ; ທ່ານ ນາງ ເຮຢອງລີ ຜູ້ຕາງໜ້າອົງການໂກຟີ ປະຈໍາລາວພ້ອມດ້ວຍຄະນະ;  ມີບັນດາທ່ານຫົວໜ້າກົມຄື: ກົມປິ່ນປົວ, ກົມຄວບຄຸມພະຍາດຕິດຕໍ່, ກົມແຜນການ, ກົມການເງິນ ແລະ ສູນລະບາດວິທະຍາ ກະຊວງສາທາລະນະສຸກ, ບັນດາແຂກຈາກພາກສ່ວນຫ້ອງວ່າການແຂວງ, ພະແນກການອ້ອມຂ້າງພ້ອມດ້ວຍຕ່າງໜ້າຈາກຫ້ອງການສາທາລະນະສຸກ ແລະ ພະນັກງານວິຊາການພາຍໃນໂຮງຮຽນແຂວງເຂົ້າຮ່ວມ.

ໃນພິທີ, ຕາງໜ້າອົງການໂກຟີ ປະຈໍາ ສປປ ລາວ ກໍຄືໃນນາມຜູ້ໃຫ້ທຶນໃນການກໍ່ສ້າງໄດ້ມີຄໍາເຫັນຕໍ່ພິທີ ແລະ ໃນນາມຕາງໜ້າບໍລິສັດ ຮັບເໝົາກໍ່ສ້າງ ໂດຍແມ່ນລັດວິສາຫະກິດສໍາຫຼວດ-ອອກແບບ ແລະ ກໍ່ສ້າງແຂວງຄໍາມ່ວນ ໄດ້ລາຍງານຜົນສໍາເລັດໃນການກໍ່ສ້າງ, ເຊິ່ງໂຄງການກໍ່ສ້າງຫ້ອງວິເຄາະກວດຫາເຊື້ອພະຍາດໂຄວິດ -19 ຢູ່ໂຮງໝໍແຂວງ ຄໍາມ່ວນ ໄດ້ຮັບງົບປະມານຈາກອົງການໂກຟີ ປະຈໍາ ສປປ ລາວ ໃນມູນຄ່າ 636 ລ້ານກວ່າກີບ ໂດຍແມ່ນພະແນກສາທາລະນະສຸກແຂວງເປັນເຈົ້າຂອງໂຄງການ ແລະ ບໍລິສັດ ລັດວິສາຫະກິດ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງແຂວງເປັນຜູ້ຊະນະການປະມູນຈັດຊື້-ຈັດຈ້າງ ແລະ ເປັນຜູ້ຮັບເໝົາກໍ່ສ້າງ. ອາຄານຫຼັງນີ້ເປັນອາຄານກໍ່ຊັ້ນດຽວຂະໜາດກວ້າງ 10 ແມັດ x 20 ແມັດ, ໂຄງສ້າງເປັນເບຕົງເສີມເຫຼັກ, ໂຄງຫຼັງຄາເຫຼັກ, ມຸງດ້ວຍຊີແພັກມູເນຍສີແດງ, ພື້ນປູດ້ວຍເບຕົງເສີມເຫຼັກເບົາຂັດອີປອັກຊີ ປະກອບມີຫ້ອງເຮັດວຽກຂອງພະນັກງານ 7 ຫ້ອງ, ຫ້ອງສາງເກັບເຄື່ອງ 1 ຫ້ອງ, ຫ້ອງໜຶ້ງຂີ້ເຫຍື້ອ 1 ຫ້ອງ ແລະ ຫ້ອງນໍ້າ 1 ຫ້ອງ, ປະກອບລະບົບໄຟຟ້າ – ແອເຢັນຄົບຊຸດ . ໂຄງການດັ່ງກ່າວນີ້ແມ່ນໃຊ້ເວລາໃນການກໍ່ສ້າງຕາມສັນຍາ 90 ວັນ ຫຼື 3 ເດືອນໂດຍໄດ້ເລີ່ມປະຕິບັດຕົວຈິງແຕ່ວັນທີ 4 ທັນວາ 2021 ແລະ ສໍາເລັດໃນວັນທີ 4 ເມສາ 2022.

ທ່ານ ດຣ. ແກ່ນຈັນ ທອງສະຫວັດ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງໄດ້ກ່າວວ່າ: ຜ່ານມາ, ສະພາບໂຄວິດ-19 ທີ່ໄດ້ແພ່ລະບາດຢູ່ໃນທົ່ວໂລກຢ່າງຮ້າຍແຮງ ແລະ ສົ່ງຜົນກະທົບຫຼາຍດ້ານເຖິງເສດຖະກິດ – ສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີ ຕະຫຼອດວົງການຂອງແພດ-ໝໍຂອງພວກເຮົາ ເວົ້າລວມ,ເວົ້າສະເພາະ ໃນ ສປປ ລາວ ຂອງພວກເຮົາທີ່ມີຄົນຕິດເຊື້ອສະສົມຈໍານວນ 209.989 ກໍລະນີ ແລະ ເສຍຊີວິດ 754 ກໍລະນີ. ສ່ວນສໍາລັບແຂວງຄໍາມ່ວນ ຕິດເຊື້ອສະສົມຈໍານວນ 3.913 ກໍລະນີ, ຍິງ 1.862 ກໍລະນີ, ປິ່ນປົວຫາຍດີ 3.872 ກໍລະນີ ແລະ ໄດ້ເສຍຊີວິດ 31 ກໍລະນີ, ຍິງ 16 ກໍລະນີ, ມີແພດໝໍຕິດເຊື້ອຈໍານວນໜຶ່ງທີ່ໄດ້ຄຽງຄູ່ຮັບໃຊ້ປະຊາຊົນ. ສະນັ້ນ, ການກວດຫາເຊື້ອພະຍາດໂຄວິດ -19 ດ້ວຍເຄື່ອງມືການແພດທີ່ທັນສະໄໝ, ວ່ອງໄວ, ຊັດເຈນຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນໃນການບົ່ງມະຕິພະຍາດ ເພື່ອປິ່ນປົວໃຫ້ທັນເວລາຮັກ ສາສຸຂະພາບຂອງປະຊາຊົນແຂວງຄໍາມ່ວນ ໃຫ້ຫາຍດີຈາກພະຍາດໂຄວິດ-19 ຢ່າງໄວວາ.

ໃນພິທີອັນມີຄວາມສໍາຄັນ, ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວມອບອາຄານໃຫ້ແກ່ແຂວງຄໍາມ່ວນ ແລະ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ກໍໄດ້ກ່າວຮັບອາຄານຫຼັງດັ່ງກ່າວ ເພື່ອມອບຕໍ່ໃຫ້ແກ່ພະແນກສາທາລະນະສຸກກໍຄືໂຮງໝໍແຂວງ ເພື່ອປົກປັກຮັກສາໃຫ້ມີອາຍຸການນໍາໃຊ້ທີ່ຍາວນານ, ເກີດຜົນປະໂຫຍດສູງສຸດ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ຄື : “ 2 ດີ 5 ພໍໃຈ ” . ນອກຈາກນັ້ນ, ທ່ານຮອງເຈົ້າແຂວງຄໍາມ່ວນ ຍັງໄດ້ເປັນກຽດມອບຂວັນທີ່ລະນຶກໃຫ້ແກ່ລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າອົງການໂກຟີ ພ້ອມດ້ວຍຕາງໜ້າໃຫ້ແກ່ບັນດາກົມຂອງກະຊວງຕື່ມອີກ .

ຫຼັງຈາກນັ້ນ, ທ່ານຖະມົນຕີກະຊວງສາທາລະນະສຸກ, ທ່ານຮອງເຈົ້າແຂວງຄໍາມ່ວນ, ຕາງໜ້າອົງການໂກຟີ, ຕາງໜ້າໃຫ້ແກ່ບັນດາກົມຂອງກະຊວງ, ພະນັກງານແພດໝໍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມໃນພິທີ ໄດ້ພ້ອມກັນປ່ອຍລູກປຸມເປົ້າ ແລະ ຕັດແຖບຜ້າເຂົ້າສູ່ອາຄານວິເຄາະຫາເຊື້ອໂຄວິດ-19 ຢ່າງເປັນທາງການ.

ພ້ອມນັ້ນ, ຕາງໜ້າສູນການແພດ ແລະ ຟື້ນຟູໜ້າທີ່ການ ຍັງໄດ້ມອບລົດເຂັນຈໍານວນ 10 ຄັນໃຫ້ແກ່ໂຮງໝໍແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂອໍາ ນວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍ ແລະ ຄົນໄຂ້ຕື່ມອີກ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ