ໃນວັນທີ 6 ຕຸລາ 2021, ຫຼາຍພາກສ່ວນມອບເງິນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19.

ທ່ານ ປານສະຫວັນ ເພັດສີນໍລາດ ບໍລິສັດປານສະຫວັນການຄ້າ ຈໍາກັດ, ທ່ານ ສົມສະໜຸກ ສີຫາຈັກ ບໍລິສັດລາວມຸງຄຸນກໍ່ສ້າງຂົວທາງ, ທ່ານ ສີສຸວັນ ວິໄລທອງ ບໍລິສັດ ອິນເທກຟາມ, ທ່ານ ທອງຂັນ ດາລານຸວົງ ບໍລິສັດມຸກມະນີກໍ່ສ້າງຂົວທາງ, ທ່ານ ທີ ບໍລິສັດ ຖ່ານຂາວ, ທ່ານ ຫອມ ສີຫາຈັກ ກຸ່ມບໍລິສັດຄູນຄໍາ, ທ່ານ ໄກ່ສອນ ອານອນບຸດ, ທ່ານ ວາດສະໜາ ບຸດວິເສດ, ທ່ານ ລອດ ສີຫຼວງໂຄດ, ທ່ານ ຈິລະພັດ ແສງທອງ, ທ່ານ ສັນຕິ ພົມວິລາດ, ທ່ານ ຕູ່ນຄຳ ແລະ ທ່ານ ອາປິງ ລວມມູນຄ່າເງິນທັງໝົດຈຳນວນ 20.000.000 ກີບ; ເຊິ່ງຕາງໜ້າມອບໂດຍ ທ່ານ ສົມສະໜຸກ ສີຫາຈັກ ຫົວໜ້າ ບໍລິສັດລາວມຸງຄຸນກໍ່ສ້າງຂົວທາງ ພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ.

ເຊິ່ງໂອກາດນີ້ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີມມາຍັງກຸ່ມບໍລິສັດຕ່າງໆ ແລະ ສ່ວນບຸກຄົນ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນເຂົ້າໃນວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.