ການຢຶດໝັ້ນຕໍ່ຈັນຍາບັນຂອງຕົນ ແມ່ນບັນຫາສໍາຄັນທີ່ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ສື່ມວນຊົນລາວຕ້ອງເອົາໃຈໃສ່ໃຫ້ດີທີ່ສຸດ ເພື່ອເຮັດໃຫ້ສື່ມວນຊົນສືບຕໍ່ເປັນຂົວຕໍ່ທີ່ດີລະຫວ່າງ ພັກ-ລັດ ກັບ ປະຊາຊົນ ແລະ ປະຊາຊົນ ກັບ ປະຊາຊົນ ດ້ວຍກັນ.

ໃນໂອກາດພົບປະໂອ້ລົມກັບບັນດາສື່ມວນຊົນທົ່ວປະເທດ ຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ:

ພັກ ແລະ ລັດຖະບານ ຍາມໃດກໍເຄົາລົບພາລະບົດບາດການເປັນສື່ມວນຊົນ ທີ່ເປັນຂົວຕໍ່ສໍາຄັນໃນການນຳເອົາແນວທາງນະໂຍບາຍ, ລະບຽບກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆຂອງພັກ-ລັດຖະບານ ໄປສູ່ປະຊາຊົນ; ພ້ອມກັນນັ້ນ, ກໍນຳເອົາຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ສະພາບຄວາມເປັນຈິງຂອງປະຊາຊົນ ມາສະທ້ອນສ່ອງແສງໃຫ້ການນຳ ກໍຄື ລັດຖະບານ, ສູນກາງ ແລະ ທ້ອງຖິ່ນ ໄດ້ເຫັນບັນຫາ ເພື່ອນຳມາປັບປຸງແກ້ໄຂ ໃຫ້ສອດຄ່ອງຕາມແນວທາງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດຂອງຊາດຂອງປະຊາຊົນ.

ແນວໃດກໍຕາມ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງສື່ມວນຊົນນັບມື້ດີຂຶ້ນກວ່າເກົ່າ ທ່ານໄດ້ເນັ້ນໜັກໃຫ້ສື່ມວນຊົນລາວໃນທົ່ວປະເທດ ຢຶດໝັ້ນຈັນຍາບັນຂອງສື່, ນັບຖືຄວາມຈິງ, ສ່ອງແສງໃຫ້ເຫັນເຖິງພາບຄວາມເປັນຈິງຂອງວຽກງານການເມືອງ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ການລາຍງານຂ່າວຕ້ອງມີຄວາມຈິງ, ບໍ່ຕົວະ, ບໍ່ບິດເບືອນ ແລະ ຢູ່ບົນພື້ນຖານຄວາມເປັນຈິງຢູ່ສະເໝີ.

ທ່ານ ພັນຄໍາ ວິພາວັນ ເນັ້ນໜັກຕື່ມວ່າ: ເພື່ອເຮັດໃຫ້ໄດ້ຄືດັ່ງກ່າວ ສື່ມວນຊົນຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານ ໃນແຕ່ລະໄລຍະ ເພື່ອໄປສ່ອງແສງ ຫຼື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດ ກັບ ປະຊາຊົນ ແລະ ປະຊາຊົນ ກັບ ປະຊາຊົນ.

ສ່ວນການຍ້ອງຍໍແຕ່ງເຕີມຄວາມເປັນຈິງຈົນເກີນໄປ ຈະເຮັດໃຫ້ຄຸນຄ່າຂອງຄວາມຈິງນັ້ນໜ້ອຍລົງ.