ວັນທີ 7 ຕຸລາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນໄຫວລະເມີດລະບຽບວິໄນ ແລະ ກົດໜາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງ ທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມທັງມີ ຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍ ການປະຕິບັດວິໄນນາຍຕຳຫຼວດ, ເຊິ່ງໄດ້ປະຕິບັດວິໄນ 3 ສະຫາຍ ທີ່ຂຶ້ນກັບ ປກສ ແຂວງສະຫວັນນະເຂດ ດັ່ງນີ້:

  • ຮທ ເວີນ ສີດາວົງ, ຮຕ ສິດທິສອນ ໄຊທານີ ໜ້າທີ່ຮັບຜິດຊອບວິຊາການ ສັງກັດຢູ່ຫ້ອງຕຳຫຼວດ
  • ຮທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບຜິດ ຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ເຊິ່ງເຫດຜົນການວິໄນໃນຄັ້ງນີ້ ແມ່ນຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງ ກຳລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01 ແລະ ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັ່ງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19; ສະນັ້ນ, ຈຶ່ງປະຕິບັດວິໄນສະຫາຍທັງສາມນີ້ ອອກຈາກກຳລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.