ໃນວັນທີ 6 ເມສາ 2020, ບໍລິສັດ ຫົວເຫວີຍ ສາຂາເມືອງບຸນເໜືອ ແລະ ຮ້ານບັນເທິງມິດຕະພາບ 3 ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ນໍາເອົາຜ້າອັດປາກ 500 ແຜ່ນ, ນໍ້າຢາລ້າງມືຂ້າເຊື້ອພະຍາດ ຈຳນວນ 2 ຕຸກໃຫຍ່, ຢາຂ້າເຊື້ອ 1 ຕຸກໃຫຍ່ ແລະ 10 ຕຸກນ້ອຍ ເພື່ອຕ້ານພະຍາດໂຄວິດ-19 ລວມມູນຄ່າ 5 ລ້ານກວ່າກີບມາມອບໃຫ້ກອງບັນຊາການ ປກສ ແຂວງຜົ້ງສາລີ. ຕ່າງໜ້າ ມອບໂດຍ ທ່ານ ຈຽງຈີງລຽນ ຕ່າງໜ້າຮັບໂດຍ ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ,  ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບໍລິສັດຫົວເຫວີຍ ແລະ ຮ້ານບັນເທີງພິດຕະພາບ 3 ທີ່ໃຫ້ຄວາມເປັນຫ່ວງ-ເປັນໃຍຕໍ່ກອງບັນຊາການ ປກສ ແຂວງຜົ້ງສາລີ, ເຊິ່ງເຄື່ອງມືທີ່ນໍາເອົາມາຊ່ວຍເຫຼືອໃນຄັ້ງນີ້ ຈະເອົາໄປໝູນໃຊ້ເຂົ້າໃນການປ້ອງກັນ-ຕ້ານພະຍາດດັ່ງກ່າວໃຫ້ໄດ້ຜົນປະໂຫຍດສູງສຸດ.