ນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເອົາໃຈໃສ່ປະຕິບັດ ຕາມຄຳສັງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ ດ້ວຍການຕັ້ງດ່ານກວດກາການເດີນທາງໄປ-ມາຂອງພໍ່-ແມ່ປະຊາຊົນພາຍໃນບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ຕະຫຼອດ 24 ຊົ່ວໂມງ.

 ການຕັ້ງດ່ານຄັ້ງນີ້, ມີ 3 ຈຸດສໍາຄັນຄື: ຈຸດເທດສະບານເມືອງທ່າແຂກ, ຈຸດເສັ້ນທາງເລກທີ 12 ແລະ ຈຸດເສັ້ນທາງເລກທີ 13 ໃຕ້ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ໃຫ້ລະບາດເປັນວົງກ້ວາງ. ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ກໍໍໄດ້ເອົາໃຈໃສ່ສຸມທຸກກຳລັງເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃນການຕັ້ງດ່ານກວດກາຕາມເສັ້ນທາງສາຍຕ່າງໆ ເພື່ອກວດກາຄົນເຂົ້າ-ອອກ ໂດຍບໍ່ຈຳເປັນ ແຕ່ຖ້າຜູ້ໃດຫາກຍັງລະເມີດຕໍ່ແຈ້ງການ ແລະ ຄຳສັ່ງຂອງຂັ້ນເທິງ ກໍໄດ້ມີການກ່າວເຕືອນ, ເຮັດບົດບັນທຶກ ແລະ ຖ້າຮ້າຍແຮງໄປກວ່ານັ້ນອາດຈະໄດ້ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການກວດກາ, ຜູ້ໃຊ້ລົດໃຊ້ຖະໜົນສ່ວນຫຼາຍແມ່ນປະຕິບັດຕາມຄຳສັ່ງຂອງຂັ້ນເທິງໄດ້ດີພໍສົມຄວນ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງຮຽກຮ້ອງພະນັກງານ-ລັດຖະກອນທຸກພາກສວນຕະຫຼອດຮອດພໍ່-ແມ່ປະຊາຊົນ ຖ້າຫາກບໍ່ມີຄວາມຈຳເປັນກໍບໍ່ຢາກໃຫ້ອອກຈາກເຮືອນຂອງຕົນ ແລະ ບໍ່ໃຫ້ເດີນທາງໄປໃສໃນໄລຍະນີ້ ເພາະທ່ານອາດຈະຕົກເປັນຜູ້ທີ່ມີຄວາມສ່ຽງຕິດພະຍາດດັ່ງກ່າວ. ທັງນີ້, ກໍເພື່ອຄວາມປອດໄພຕໍ່ສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ.