ບໍລິສັດ ໄຟຟ້ານໍ້າກົງ 3 ຈໍາກັດ ໄດ້ມອບເງິນສົດ ຈຳນວນ 250 ລ້ານກີບ ໂດຍຜ່ານເລກບັນຊີໂຄວິດ-19 ໝາຍເລກບັນຊີຂອງທະນາຄານການຄ້າຕ່າງປະເທດລາວ ເພື່ອຈັດຊື້ອຸປະກອນປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ ໃຫ້ແຂວງອັດຕະປື, ເຊິ່ງພິທີມອບ-ຮັບເງິນ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ເມສາ 2020 ນີ້ ທີ່ພະແນກສາທາລະນະສຸກແຂວງອັດຕະປື. ໃຫ້ກຽດມອບໂດຍທ່ານ  ທອງໃສ ທຳມະວົງ ຮອງຜູ້ຈັດການໂຄງການເຂື່ອນໄຟຟ້າ ນໍ້າກົງ3 ຈຳກັດ ແລະ ຮັບໂດຍທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ມອບໃບຍ້ອງຍໍໃຫ້ ບໍລິສັດໄຟຟ້ານໍ້າກົງ 3 ຈຳກັດ ພ້ອມທັງສະແດງຄວາມຂອບໃຈມາຍັງບໍລິສັດ ໄຟຟ້ານໍ້າກົງ3 ຈຳກັດ ທີ່ມີຄວາມເປັນຫ່ວງເປັນໃຍ ຕໍ່ຊີວິດສຸຂະພາບຂອງປະຊາຊົນພາຍໃນແຂວງອັດຕະປື ແລະ ຈະນໍາໃຊ້ເຄື່ອງມືດັ່ງກ່າວໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.