ເຈົ້າໜ້າທີ່ຈະລາຈອນ ປກສ ເມືອງຫາດຊາຍຟອງ ຕາງໜ້າຮັບເຂົ້າກ່ອງ,​ ຜ້າປິດປາກ ແລະ​ ນໍ້າດື່ມ ຈາກ ຄອບຄົວແກ້ວໄຊຍະຈັກ
ເຈົ້າໜ້າທີ່ຈະລາຈອນ ປກສ ເມືອງຫາດຊາຍຟອງ ຕາງໜ້າຮັບເຂົ້າກ່ອງ,​ ຜ້າປິດປາກ ແລະ​ ນໍ້າດື່ມ ຈາກ ຄອບຄົວແກ້ວໄຊຍະຈັກ

ໃນວັນທີ​ 11​ ເມສາ​ 2020,​ ຄອບຄົວແກ້ວໄຊຍະຈັກ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ແຈກເຂົ້າກ່ອງ,​ ຜ້າປິດປາກ ແລະ​ ນໍ້າດື່ມ​ ລວມມູນປະມານ 10 ລ້ານກີບ ໃຫ້ພະນັກງານແພດໝໍ,​ ທະຫານ,​ ຕໍາ​ຫຼວດ​ ແລະ​ ກູ້ໄພ;​ ເພື່ອເປັນການປະກອບສ່ວນທາງດ້ານສະບຽງອາຫານໃຫ້ຜູ້ປະຕິບັດວຽກງານຕ້ານພະຍາດ COVID-19​ ໃຫ້ມີກໍາລັງໃຈ​ ແລະ​ ກຳລັງກາຍປະຕິບັດວຽກງານດັ່ງກ່າວໃຫ້ປະສົບຜົນສໍາເລັດ.

ທ່ານ​ ນາງ​ ຝົນ​ ແກ້ວໄຊຍະຈັກ ໄດ້ຕາງໜ້າໃຫ້ຄອບຄົວແກ້ວໄຊຍະຈັກ ກ່າວວ່າ: ການແຈກອາຫານໃນຄັ້ງນີ້ ປະກອບມີ: ເຂົ້າກ່ອງ ຈໍານວນ​ 500​ ກ່ອງ, ຜ້າປິດປາກ ຈໍານວນ 20 ກັບ​ ແລະ​ ນໍ້າດື່ມ​ ຈໍານວນ​ 30​ ແພັກ​ ລວມມູນຄ່າປະມານ 10 ລ້ານກີບ​ ໂດຍຈຸດປະສົງທີ່ມອບໃຫ້ພະນັກງານແພດໝໍ,​ ທະຫານ,​ ຕໍາ​ຫຼວດ​ ແລະ​ ກູ້ໄພ​ ທີ່ເປັນກຳລັງສໍາຄັນໃນການປະຕິບັດວຽກງານຕ້ານພະຍາດ COVID-19;​ ກໍເພື່ອໃຫ້ເຂົາເຈົ້າມີກຳລັງກາຍແຂງແຮງ ແລະ​ ເປັນການໃຫ້ກຳລັງໃຈໃຫ້ພວກເຂົາປະຕິບັດວຽກງານຕ້ານພະຍາດ COVID-19​ ໃຫ້ໄດ້ຮັບຜົນສໍາເລັດ.