ມອບເຄື່ອງ ວັນທີ 10 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ມີ 5 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ, ກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19.

ພາກສ່ວນໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ມີ:

ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງ ກວດອຸນຫະພູມຮ່າງກາຍ ແລະ ຜ້າອັດປາກ-ດັງ
ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງ ກວດອຸນຫະພູມຮ່າງກາຍ ແລະ ຜ້າອັດປາກ-ດັງ

1. ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງກວດອຸນຫະພູມຮ່າງກາຍ ແລະ ຜ້າອັດປາກ-ດັງ ມູນຄ່າ 214.000.000 ກີບ, ຕາງໜ້າກ່າວມອບໂດຍ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ;

ບໍລິສັດ ສະກາຍໂທລະຄົມ ມອບເງິນ ຈຳນວນ 100.000.000 ກີບ ( ມອບເຄື່ອງ )
ບໍລິສັດ ສະກາຍໂທລະຄົມ ມອບ ເງິນ ຈຳນວນ 100.000.000 ກີບ

2. ບໍລິສັດ ສະກາຍໂທລະຄົມ ມອບເງິນ ຈຳນວນ 100.000.000 ກີບ, ກ່າວມອບໂດຍ ທ່ານ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ບໍລິສັດ ສະກາຍໂທລະຄົມ;

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ ຈຳນວນ 100.000.000 ກີບ
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ ຈຳນວນ 100.000.000 ກີບ

3. ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ ຈຳນວນ 100.000.000 ກີບ, ກ່າວມອບໂດຍ ທ່ານ ວັດດານາ ສຸຂະບັນດິດ ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ;

ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ ຈຳນວນ 113.900.000 ກີບ
ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ ຈຳນວນ 113.900.000 ກີບ

4. ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ ຈຳນວນ 113.900.000 ກີບ, ກ່າວມອບໂດຍ ທ່ານ ວິໄຊ ນະວຽງຈັນ ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ແລະ ທ່ານ ຟ້າມ ກວາງ ຝູ ຮອງປະທານສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ;

ສຳນັກງານປົກປ້ອງເງິນຝາກ ມອບເງິນ ຈຳນວນ 50.000.000 ກີບ
ສຳນັກງານປົກປ້ອງເງິນຝາກ ມອບເງິນ ຈຳນວນ 50.000.000 ກີບ

5. ສຳນັກງານປົກປ້ອງເງິນຝາກ ມອບເງິນ ຈຳນວນ 50.000.000 ກີບ, ກ່າວມອບໂດຍ ທ່ານ ຄຳໄຊ ພົມມະວີ, ຮອງຫົວໜ້າສຳນັກງານປົກປ້ອງເງິນຝາກ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພາກສ່ວນດັ່ງກ່າວ ທີ່ປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ, ທັງເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ລັດຖະບານ, ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ປະຊາຊົນລາວ; ເຊິ່ງລັດຖະບານຈະນຳໃຊ້ເງິນ ແລະ ອຸປະກອນທີ່ໄດ້ຮັບການຊ່ວຍເຫຼືອນີ້ ໄປນຳໃຊ້ໃຫ້ຖືກເປົ້າໝາຍ, ສົມເຫດສົມຜົນ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະອຸປະກອນປ້ອງກັນແມ່ນຈະໄປມອບໃຫ້ບັນດາໂຮງໝໍ, ເຂດຫຼ່ໍແຫຼມ ແລະ ເຂດທີ່ມີບໍ່ພຽງພໍ.