ພິທີ ສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ
ພິທີ ສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ

ພິທີ ສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ເມສາ 2020, ທີ່ສະໜາມບິນສາກົນວັດໄຕ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020, ນຳພາສົ່ງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ໂດຍ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມສົ່ງ.

ຕາງໜ້າລັດຖະບານລາວ ກາວຂອບໃຈ ແລະ ອຳລາຢ່າງເປັນທາງການ
ຕາງໜ້າລັດຖະບານລາວ ກາວຂອບໃຈ ແລະ ອຳລາຢ່າງເປັນທາງການ

ໃນພິທີ, ທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ຕາງໜ້າລັດຖະບານ ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໂດຍຕະຫຼອດມາ; ພ້ອມທັງ ອວຍພອນໃຫ້ຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການຈາກ ສປ ຈີນ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

ຄະນະທີມແພດ ສປ ຈີນ ຖ່າຍຮູບຮ່ວມເປັນທີ່ລະນຶກກັບຕາງໜ້າລັດຖະບານລາວ ກ່ອນຂຶ້ນເຮືອບິນກັບຄືນປະເທດ
ຄະນະທີມແພດ ສປ ຈີນ ຖ່າຍຮູບຮ່ວມເປັນທີ່ລະນຶກກັບຕາງໜ້າລັດຖະບານລາວ ກ່ອນຂຶ້ນເຮືອບິນກັບຄືນປະເທດ

ການປະຕິບັດວຽກຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 11 ວັນ ຜ່ານມາ, ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບການຕົວຈິງ, ໂດຍໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອຈຸລະໂລກ Covid-19 ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫຼວງ-ຢາພື້ນເມືອງລວມແລ້ວ ມີ 17 ປຶ້ມຄູ່ມີ ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ການຍົກມືນົບອຳລາກັນ ແທນການຈັບມື ເພື່ອປ້ອງກັນການຕິດເຊື້ອໂຄວິດ-19

ນອກຈາກນີ້, ຄະນະຊ່ຽວຊານການແພດ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດ Covid-19 ຢູ່ບັນດາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍເສດຖາທິລາດ, ໂຮງໝໍ 103 ແລະ ສູນຈຳກັດບໍລິເວນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້.

ຄະນະຊ່ຽວຊານ ຂຶ້ນເຮືອບິນກັບຄືນປະເທດ
ຄະນະຊ່ຽວຊານ ຂຶ້ນເຮືອບິນກັບຄືນປະເທດ