ນາຍົກລັດຖະມົນຕີ ຂະຫຍາຍຄໍາສັ່ງ ເລກທີ 06/ນຍ
ນາຍົກລັດຖະມົນຕີ ຂະຫຍາຍຄໍາສັ່ງ ເລກທີ 06/ນຍ

ໃນວັນທີ 15 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ ຂະຫຍາຍຄໍາສັ່ງ ເລກທີ 06/ນຍ ອອກໄປອີກ 14 ມື້; ນັບແຕ່ວັນທີ 19 ເມສາ ຈົນຮອດວັນທີ 3 ພຶດສະພາ 2020.

ນາຍົກຖະແຫຼງ ວ່າ: ສະໜາມຮົບແຫ່ງສົງຄາມການຕ້ານສັດຕູໂຕຮ້າຍກາດ COVID-19 ຍັງບໍ່ທັນຈົບລົງເທື່ອ ຫາກຍັງເປັນໄປໄດ້ວ່າຈະດຸເດືອດ, ຂ້ຽວຂາດກວ່ານີ້ກໍເປັນໄດ້, ເພາະປະເທດເຮົາ ແລະ ປະຊາຊົນເຮົາ ຍັງຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍດ້ານ ທີ່ຈະປະເຊີນໃນວັນຕໍ່ໜ້າທີ່ຈະມາເຖິງນີ້. ດັ່ງນັ້ນ; “ຂ້າພະເຈົ້າ, ໃນນາມຕາງໜ້າລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020,   ບັນດານິຕິກໍາ, ຂໍ້ແນະນໍາຂອງຄະນະສະເພາະກິດໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽນແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ”.

ໃນສະຖານະການທີ່ກໍາລັງປະເຊີນຢູ່, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິ, ຈົ່ງຢ່າສວຍໃຊ້ ໃນຍາມຫຍຸ້ງຍາກນີ້ ໃຫ້ເປັນໂອກາດຂອງບຸກຄົນ, ກຸ່ມຄົນ ເພື່ອຫາຜົນປະໂຫຍດໃສ່ຕົນເອງ, ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ແລະ ສັງຄົມ, ປະຊາຊົນຈະບໍ່ອະໄພໃຫ້ໄດ້.

ນາຍົກລັດຖະມົນຕີ ປະກາດ ຂະຫຍາຍຄໍາສັ່ງ ເລກທີ 06/ນຍ
ນາຍົກລັດຖະມົນຕີ ປະກາດ ຂະຫຍາຍຄໍາສັ່ງ ເລກທີ 06/ນຍ

ຂໍໃຫ້ທຸກຄົນມີສະຕິ, ຢ່າເຊື່ອຂ່າວລວງ, ຂ່າວລື, ຂ່າວອະກຸສົນ, ຂ່າວປັ່ນປ່ວນໃດໆ. ຂໍໃຫ້ຕິດຕາມຂ່າວທາງການ, ຂໍຢ່າປັກໃຈເຊື່ອກະແສທີ່ຝືນຕໍ່ກົດເກນ ແຫ່ງຄວາມເປັນຈິງ ແລະ ຄວາມເປັນທຳ.ຄວາມມີຈັນຍາທຳ ແລະ ຈັນຍາບັນຍັງຕິດແໜ້ນຢູ່ໃນຫົວໃຈຂອງຄົນລາວ ທີ່ຮັກຊາດ ທຸກສ່ວນ ຢູ່ຕະຫຼອດມາ ແລະ ຕະຫຼອດໄປ.

ພວກເຮົາຕ້ອງສາມັກຄີກັນ, ທົ່ວທັງຊາດ ເປັນຈິດໜຶ່ງໃຈດຽວກັນ, ຄົນລາວເຮົາບໍ່ຖິ້ມກັນ, ໃນໄລຍະນີ້ ຂໍໃຫ້ອົດທົນຢູ່ເຮືອນ, ລ້າງມືເລື້ອຍໆ, ໃສ່ຜ້າປິດປາກ, ປິດດັງ, ຢູ່ຫ່າງກັນ (ຮັກສາໄລຍະຫ່າງໃນສັງຄົມ), ບໍ່ເຕົ້າໂຮມກັນຫຼາຍຄົນ; ພວກເຮົາ ພ້ອມກັນສູ້ໆ ຕ້ານກັບ Covid-19, ໄຊຊະນະຈະຕ້ອງເປັນຂອງພວກເຮົາທຸກຄົນ. ປະຕິບັດຄຳຂວັນ “ ຮ່ວມແຮງຮ່ວມໃຈຕ້ານ Covid-19 ແມ່ນພາລະກິດຂອງໝົດ ທຸກຄົນ ”.