ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະຂດ ພ້ອມດ້ວຍຄະນະ ໄດ້ລົງກວດກາ ແລະ ຊີ້ນຳໃຫ້ເພີ່ມທະວີການເຮັດໜ້າທີ່ວຽກງານປ້ອງກັນການແພ່ລະບາດໄວຣັດໂຄວິດ-19 ຢູ່ບັນດາຈຸດສາຍທາງເລກ 9 ສະຫວັນນະເຂດ ຫາຊາຍແດນລາວບາວ ແລະ ຢູ່ເມືອງນອງ ແຂວງສະຫວັນນະເຂດ ໃນວັນທີ 10 ເມສາ 2020.

ສາຍທາງເລກ 9 ສະຫວັນນະເຂດ ໄປຫາຊາຍແດນລາວບາວມີ ຈຸດກວດກາຂອງໜ່ວຍສະເພາະກິດຕ້ານ ແລະ ເຝົ້າລະວັງຂອງການແພ່ລະບາດຂອງໄວຣັດໂຄວິດ-19 ທັງໝົດ 12 ຈຸດກວດກາ; ເຊິ່ງປະກອບດ້ວຍກຳລັງປກຊ-ປກສ, ແພດ, ໝໍ ສົມທົບກັບອຳນາດການປົກຄອງບ້ານ ຕາມທິດແຈ້ງການຂອງນາຍົກລັດຖະມົນຕີ, ແຈ້ງການຂອງການນຳແຕ່ລະຂັ້ນ ແລະ ຄຳສັ່ງເພີ່ມເຕີມ ຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 782/ຈຂ.ສຂ ລົງວັນທີ 9 ເມສາ 2020 ວ່າດ້ວຍບັນດາຂໍ້ຫ້າມ ແລະ ມາດຕະການ ແນໃສ່ສະກັດກັ້ນ, ປ້ອງກັນການລະບາດຂອງໂຄວິດ-19; ໃນນີ້, ມີບັນດາບາງຂໍ້ຫ້າມທີ່ຈະຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດພາຍໃນແຂວງ ຄື: ຫ້າມບໍ່ໃຫ້ມີການສັນຈອນໄປ-ມາພາຍໃນແຂວງຫຼັງຈາກ 20:00 ໂມງ ຂອງແຕ່ລະວັນເປັນຕົ້ນໄປ ຈົນເຖິງເວລາ 5:00 ໂມງ ຂອງວັນຕໍ່ໄປ (ຍົກເວັນໃນກໍລະນີຈຳເປັນຕ້ອງໃຫ້ມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ).

ຫ້າມເຮືອທຸກປະເພດທີ່ຢູ່ຕາມລຳແມ່ນໍ້າຂອງອອກເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດ, ຫ້າມບໍ່ໃຫ້ໄປເຄື່ອນໄຫວຢູ່ນອກເຂດຊາຍແດນ ສປປ ລາວ; ຕະຫຼາດສົດໃນທົ່ວແຂວງ ໃຫ້ເປີດບໍລິການແຕ່ເວລາ 5:00 ໂມງ ຫາ 16:00 ໂມງຂອງແຕ່ລະວັນ, ບັນດາຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານ, ໃຫ້ເປີດບໍລິການແຕ່ເວລາ 5:00 ໂມງ ຫາ 16:00 ໂມງ ຂອງແຕ່ລະວັນ, ຫ້າມທຸກຄົນອອກຈາກເຮືອນໂດຍບໍ່ມີຄວາມຈໍາເປັນ, ຫ້າມຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ, ຫ້າມບໍ່ໃຫ້ຮ້ານອາຫານ ເປີດໃຫ້ບໍລິການລູກຄ້າຢ່າງເດັດຂາດ ແຕ່ສາມາດຂາຍອາຫານໃຫ້ລູກຄ້າເອົາກັບເມືອເຮືອນໄດ້, ຫ້າມຈັດກິດຈະກຳ, ປະຊຸມ ຫຼື ໂຮມຊຸມນຸມເກີນຄວາມຈໍາເປັນ  ຖ້າຫາກພາກສ່ວນໃດ ຫຼື ບຸກຄົນໃດຕໍ່ລະເມີດຂໍ້ຫ້າມໃນຄຳສັ່ງ ແມ່ນຈະຖືກປັບໃໝຕາມລະບຽບການໃນແຕ່ລະຄັ້ງ.

ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ເນັ້ນ ແລະ ແນະນຳໃຫ້ເອົາໃຈໃສ່ຢ່າງເຂັ້ມງວດຕໍ່ກັບບັນຫາຕ້ານ ແລະ ປ້ອງກັນການແພ່ລະບາດໄວຣັດ ໂຄວິດ-19 ເປນຕົ້ນແມ່ນການກວດກາການສັນຈອນໄປ-ມາລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານຢ່າງເຄັ່ງຄັດ, ການເຂົ້າ-ອອກຕ້ອງມີການກັ່ນກອງຂ້າເຊື້ອ, ພົ່ນນໍ້າຍາຂ້າເຊື້ອໃສ່ຢາງລົດ, ໃສ່ຜ້າອັດປາກ, ວັດແທກອຸນນະພູມຢ່າງຄັກແນ.

ເຈົ້າແຂວງ ສະຫວັນນະເຂດ ພ້ອມຄະນະ ຢ້ຽມຢາມການຕຳຫູກແບບພື້ນເມືອງ, ການປູກຝັງກະສິກຳ, ເຮັດໄຮ່ຂອງປະຊາຊົນບ້ານຄຳປາແໜ ແລະ ບ້ານຕາຍົງເຂດຊາຍແດນຫາງໄກຊອກຫຼີກເມືອງນອງ
ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ຢ້ຽມຢາມການຕຳຫູກແບບພື້ນເມືອງ, ການປູກຝັງກະສິກຳ, ເຮັດໄຮ່ຂອງປະຊາຊົນບ້ານຄຳປາແໜ ແລະ ບ້ານຕາຍົງເຂດຊາຍແດນຫາງໄກຊອກຫຼີກເມືອງນອງ

ຈາກນັ້ນ, ທ່ານເຈົ້າແຂວງ ກໍໄດ້ໄປກວດກາໂຄງການກໍ່ສ້າງຮ່ວມໃຈສາຍໃຍໂລມາຄຳ (ຝາຍນໍ້າລົ້ນ), ຢ້ຽມຢາມການຕຳຫູກແບບພື້ນເມືອງ, ການປູກຝັງກະສິກຳ, ເຮັດໄຮ່ຂອງປະຊາຊົນບ້ານຄຳປາແໜ ແລະ ບ້ານຕາຍົງເຂດຊາຍແດນຫາງໄກຊອກຫຼີກເມືອງນອງ ແລະ ເຂົ້າກວດກາສູນກັກກັນ 14 ວັນ ຢູ່ໂຮງຮຽນປະຖົມເມືອງນອງ ແລະ ກວດກາຈຸດປະສານງານຂອງເຈົ້າໜ້າທີ່ຕຳຫຼວດ ຕມບ້ານດົງສະຫວັນ ເມືອງເຊໂປນ; ເຊິ່ງທ່ານໄດ້ເນັ້ນໃຫ້ທຸກພາກສ່ວນ ເປັນເຈົ້າການໃນການກວດກາຕິດຕາມເຝົ້າລະວັງການແພ່ລະບາດໄວຣັດໂຄວິດ-19 ຢ່າງເຄັ່ງຄັດ, ເອົາໃຈໃສ່ຕາມລະບຽບແຈ້ງການຕ່າງໆຢ່າງເຂັ້ມງວດ.