ໃນວັນທີ 15 ເມສາ 2020 ກຸ່ມບໍລິສັດ ເອັສທີກຣຸບ ໄດ້ນໍາເອົາເງິນ ຈໍານວນ 500 ລ້ານກີບ ແລະ ອຸປະກອນການແພດ ມູນຄ່າ 500 ລ້ານກີບ; ລວມມູນຄ່າທັງໝົດ 1.000 ລ້ານກີບ ມອບໃຫ້ລັດຖະບານ ເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19.

ກຸ່ມບໍລິສັດ ເອັສທີກຣຸບ ມອບເງິນ ແລະ ອຸປະກອນການແພດ ລວມມູນຄ່າ 1 ຕື້ກີບ ໃຫ້ລັດຖະບານ ນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19
ກຸ່ມບໍລິສັດ ເອັສທີກຣຸບ ມອບເງິນ ແລະ ອຸປະກອນການແພດ ລວມມູນຄ່າ 1 ຕື້ກີບ ໃຫ້ລັດຖະບານ ນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ກ່າວມອບໂດຍ ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ກຸ່ມບໍລິສັດ ເອັສ ທີ ກຣຸບ ແລະ ກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.