2 ພາກສ່ວນ ມອບເຄື່ອງດື່ມໃຫ້ ກົມໃຫຍ່ການເມືອງ ປກສ 200 ແກັດ

0
978

ໂຮງງານຜະລິດຖ່ານຂາວ ແລະ ບໍລິສັດ SKP ພັດທະນາອະສັງຫາລິມະຊັບ ຈໍາກັດ ໄດ້ນໍາເອົາເຄື່ອງດື່ມຍີ່ຫໍ້ມັດໄທ ຈໍານວນ 200 ແກັດ ລວມມູນຄ່າ 12.000.000 ກີບ ມາມອບໃຫ້ ກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 17 ເມສາ 2020, ກ່າວມອບໂດຍ ທ່ານ ບຸນວຽນ ສີບຸນທຽນ ເຈົ້າຂອງໂຮງງານຜະລິດຖ່ານຂາວ ແລະ ທ່ານ ອານຸສອນ ທໍາມະທອງພັນ ປະທານບໍລິສັດ SKP ພັດທະນາອະສັງຫາລິມະຊັບ ຈໍາກັດ, ກ່າວຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ໂດຍມີຕ່າງໜ້າຈາກກົມກອງ, ອົງການຈັດຕັ້ງຊາວໜຸ່ມ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ບຸນທຽນ ສີບຸນທຽນ ໄດ້ກ່າວວ່າ: ເຄື່ອງດື່ມທີ່ນໍາມາມອບໃຫ້ ກົມໃຫຍ່ການເມືອງ ໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ ກໍາລັງປ້ອງກັນຄວາມສະຫງົບ ເວົ້າສະເພາະແມ່ນ ກົມໃຫຍ່ການເມືອງ ປກສ ເພື່ອໄດ້ດື່ມບັນເທົາອາການເມື່ອຍລ້າໃນເວລາປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ຕາມການມອບໝາຍຂອງຂັ້ນເທິງໃຫ້ມີຄວາມສົດຊື່ນ ແລະ ແຂງແຮງ.

ພົຈວ ຄໍາສາຍ ຈັນທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ 2 ພາກສ່ວນ ທີ່ໄດ້ນໍາເອົາເຄື່ອງດື່ມຈໍານວນດັ່ງກ່າວນີ້ ມາມອບໃຫ້ກັບ ກົມໃຫຍ່ການເມືອງ ປກສ ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກໍາລັງ ໄດ້ດື່ມເພື່ອສຸຂະພາບ ໃຫ້ມີຄວາມແຂງແຮງ ໃນເວລາປະຕິບັດໜ້າທີ່ວິຊາສະເພາະ ຕາມການມອບໝາຍ ແລະ ເຄື່ອງດື່ມຈໍານວນດັ່ງກ່າວນີ້ ແມ່ນຈະໄດ້ນໍາເອົາໄປແຈກຢາຍໃຫ້ກັບພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ວິຊາສະເພາະ.