ສະມາຄົມຫວຽດນາມ ຮ່ວມກັບ ປກສ ແຂວງອຸດົມໄຊ ມອບອາຫານແຫ້ງໃຫ້ຈຸດຕັ້ງດ່ານກວດ ໂຄວິດ-19

0
1022

ສະມາຄົມຊາວຫວຽດນາມ ຮ່ວມກັບ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມອບອາຫານແຫ້ງໃຫ້ຈຸດຕັ້ງດ່ານກວດກາ, ປ້ອງກັນ ແລະ ເຝົ້າລະວັງ ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ຈໍານວນ 7 ເມືອງ ທົ່ວແຂວງອຸດົມໄຊ ໃນວັນທີ 15 ເມສາ 2020, ໂດຍມີ ທ່ານ ວິກວາງຮຶງ ປະທານບໍລິສັດ ກວາງວິງ ຮອງປະທານສະມາຄົມຊາວຫວຽດນາມ ປະຈໍາແຂວງອຸດົມໄຊ ແລະ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມຄະນະທັງສອງພາກສ່ວນ ເຂົ້າຮ່ວມ.

ເຄື່ອງທີ່ນໍາໄປມອບຄັ້ງນີ້ ປະກອບມີ: ໝີ່ໄວໆ, ປາກະປ໋ອງ, ເອັມ 150, ໄຂ່ໄກ່, ກາເຟ, ນໍ້າດື່ມບໍລິສຸດ ລວມມູນຄ່າ 14.000.000 ກີບ ໂດຍມີການກຳນົດຈຸດມອບເຄື່ອງຊ່ວຍເຫຼືອທັງໝົດ 9 ຈຸດ.

ເນື່ອງຈາກເວລາຈຳກັດ ຄະນະທີມງານແມ່ນໄດ້ມອບສຳເລັດ ຈຳນວນ 8 ຈຸດ ຄື: ຈຸດຕັ້ງດ່ານກວດກາ, ປ້ອງກັນ ແລະ ເຝົ້າລະວັງ ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ຂຶ້ນກັບ ເມືອງໄຊ ມີຈຸດຫຼັກ 14, ຫຼັກ 5 (ທາງເວັ້ນຕົວເມືອງ), ຫຼັກ 44; ຈຸດເມືອງແບງ, ເມືອງຮຸນ, ເມືອງປາກແບງ, ເມືອງນາໝໍ້ ແລະ ເມືອງຫຼາ, ສໍາລັບເມືອງງາ ທາງຄະນະທີມງານຍັງຈະສືບຕໍ່ມອບໃຫ້ສຳເລັດໃນວັນຕໍ່ໄປ.

ໃນຕອນທ້າຍ, ທ່ານ ພັອ ຫົວໜ້າກອງບັນຊາການ ແຂວງອຸດົມໄຊ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ, ພະນັກງານວິຊາການ ທີ່ຖືກແຕ່ງຕັ້ງປະຈຳແຕ່ລະຈຸດ ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເຂັ້ມງວດ ແລະ ຄວາມເປັນເຈົ້າການແຕ່ລະດ້ານ ເພື່ອປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃຫ້ຜ່ານພົ້ນໄປດ້ວຍດີ ເພື່ອນໍາເອົາສຸຂະພາບ, ຊີວິດການເປັນຢູ່ທີ່ດີ ແລະ ອື່ນໆຂອງທົ່ວສັງຄົມ ໃຫ້ຟື້ນຕົວກັບສະພາບປົກກະຕິໂດຍໄວໆນີ້.