2 ພາກສ່ວນມອບຜ້າອັດປາກ-ດັງໃຫ້ກະຊວງ ປກສ

0
1106

ເຂດເສດຖະກິດພິເສດ 3 ຫຼຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ບໍລິສັດ ສຸຂະວົງ ກຼຸບ ໄດ້ນໍາເອົາຜ້າອັດປາກ-ດັງ ມາມອບໃຫ້ ກະຊວງ ປກສ ໃນວັນທີ 16 ເມສາ 2020, ກ່າວມອບໂດຍ ທ່ານ ຊຸຫານ ຕາງໜ້າໃຫ້ ເຂດເສດຖະກິດພິເສດ 3 ຫຼຽມຄຳ ແລະ ທ່ານ ທາດຸຍເລິນ ຕາງໜ້າໃຫ້ ບໍລິສັດ ສຸຂະວົງ ກຼຸບ, ກ່າວຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ທັງເປັນ ຫົວໜ້າຄະນະສະເພາະກິດ ເພື່ອຄວບຄຸມແກ້ໄຂໂຄວິດ-19 ກະຊວງ ປກສ, ເຊິ່ງມີຄະນະທັງສາມຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຊຸຫານ ກ່າວວ່າ: ຜ້າອັດປາກ-ດັງ ທີ່ນໍາມາມອບໃຫ້ ກະຊວງ ປກສ ໃນຄັ້ງນີ້ ມີຈໍານວນ 15 ແກັດ 30.000 ແຜນ ລວມມູນຄ່າ 90.000.000 ກີບ; ສໍາລັບ ບໍລິສັດ ສຸຂະວົງ ກຼຸບ ມອບຈໍານວນ 2 ແກັດ 4.000 ແຜນ ລວມມູນຄ່າ 10 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານວິຊາສະເພາະ ກໍຄື ວຽກງານປ້ອງກັນສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ໃນປັດຈຸບັນນີ້.

ໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ມອບໃບກຽດຕິຄຸນໃຫ້ທັງສອງພາກສ່ວນ ພ້ອມທັງກ່າວສະແດງຄວາມຂອບໃຈ ທ່ານ ຊຸຫານ ແລະ ທ່ານ ທາດຸຍເລິນ ພ້ອມດ້ວຍຄະນະ ແລະ ອວຍພອນໄຊໃຫ້ຈົ່ງປະສົບຜົນສໍາເລັດໃນທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ການດໍາເນີນທຸລະກິດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເຕີບໃຫຍ່ຍິ່ງໆຂຶ້ນໄປ; ພ້ອມນັ້ນຈະໄດ້ນໍາເອົາຜ້າອັດປາກ-ດັງ ໄປມອບຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານວິຊາສະເພາະຂອງແຕ່ລະກົມກອງ ໃນກະຊວງ ປກສ ໃຫ້ເກີດປະໂຫຍດສູງສຸດ.