ໃນວັນທີ 17 ເມສາ 2020, ຄະນະສະເພາະກິດ ເພື່ອຕ້ານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂເຊື້ອພະຍາດໂຄວິດ-19 ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ເປັນປະທານໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ທັງເປັນ ຫົວໜ້າຄະນະສະເພາະກິດ ເພື່ອຕ້ານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂເຊື້ອພະຍາດໂຄວິດ-19 ກົມໃຫຍ່ການເມືອງ, ເຊິ່ງມີບັນດາຄະນະພັກ-ຄະນະກົມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນປຶກສາຫາລືທົບທວນຄືນ ການຈັດຕັ້ງປະຕິບັດວຽກງານຂອງ ຄະນະສະເພາະກິດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ວຽກງານລະບົບປະຈຳການ, ການປະຈຳການຂອງກຳລັງສຳຮອງ ເພື່ອແກ້ໄຂເຫດສຸກເສີນ ແລະ ວຽກງານອື່ນໆທີ່ຮີບດ່ວນ.

ຜ່ານການຈັດຕັ້ງວຽກງານດັ່ງກ່າວ ເຫັນໄດ້ວ່າ: ຄະນະເພາະກິດ ເພື່ອຕ້ານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂເຊື້ອພະຍາດໂຄວິດ-19 ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ.

ນອກນັ້ນ, ກອງປະຊຸມ ຍັງໄດ້ຜ່ານຄຳຖະແຫຼງຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍ ການເລື່ອນຄໍາສັ່ງເລກທີ 06/ນຍ ລົງວັນທີ 29 ເມສາ 2020 ໃຫ້ມີການຂະຫຍາຍເວລາໄປຕື່ມອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020 ເພື່ອໃຫ້ບັນດາກົມກອງ ພ້ອມກັນຈັດຕັ້ງປະຕິບັດຕາມຄໍາສັ່ງຂອງທ່ານນາຍົກ ເຂົ້າໃນລະບອບປະຈຳການ ຢ່າງເຂັ້ມງວດ.