ໃນວັນທີ 28 ເມສາ ນີ້, ຫ້ອງການບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອປະເພດອາຫານ ຈາກເຈົ້າຂອງທຸລະກິດເຮືອນພັກພັກໄມວອນ ຕັ້ງຢູ່ບ້ານດົງສະຫວາດ ມູນຄ່າ 3.000.000 ກີບ ເພື່ອນຳໄປແຈກໃຫ້ກັບຄອບຄົວທີ່ມີຄວາມຂາດເຂີນ ໃນໄລຍະການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19.

ທ່ານ ໄກຄຳ ນາມລຳມູນ ຕ່າງໜ້າໃຫ້ກັບຄອບຄົວເຈົ້າຂອງທຸລະກິດເຮືອນພັກໄມວອນ ກ່າວວ່າ: ເຄື່ອງທີ່ນຳມາຊ່ວຍເຫຼືອຄັ້ງນີ້ ປະກອບມີ ໄຂໄກ່ຈຳນວນ 50 ແຕະ, ເຂົ້າຈ້າວ 3 ເປົ້າ ລວມມູນຄ່າ 3.000.000 ກີບ ເພື່ອໃຫ້ອຳນາດການປົກຄອງບ້ານນຳໄປແຈກຢາຍໃຫ້ກັບຄອບຄົວທີ່ຂາດເຂີນທີ່ສຸດ ເພື່ອບັນເທົາຄວາມອຶດຢາກໃນຍາມວິດກິດນີ້.

ທ່ານ ນາງ ສາຍສະໝອນ ວົງພະຈັນ ນາຍບ້ານດົງສະຫວາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄອບ ຄົວເຈົ້າຂອງທຸລະກິດເຮືອນພັກໄມວອນ ທີ່ນຳເອົາເຄື່ອງຈຳນວນດັ່ງກ່າວມາຊ່ວຍເຫຼືອປະຊາຊົນຄັ້ງນີ້  ພ້ອມທັງຈະນຳໄປແຈກຍາຍໃຫ້ກັບຄົວຄອບທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກວິກິດໃນຄັ້ງນີ້ຢ່າງທົ່ວເຖິງ.

ສຳລັບຕໍ່ກັບການປະຕິບັດຄຳສັ່ງເລກທີ 06/ຍນ ຂອງທ່ານນາຍົກລັດຖະມົນຕີ ທາງອຳນາດການປົກຄອງບ້ານ ແມ່ນໄດ້ຈັດຕັ້ງເຂັ້ມງວດທີ່ສຸດ ໃນການຕິດຕາມການເໜັງຕິ່ງພົນລະເມືອງ. ນອກນີ້, ທ່ານ ນາງ ໝູພອນ ພຸດທະວົງ ຮອງນາຍບ້ານດົງສະຫວາດນີ້ ຍັງໄດ້ຮ່ວມຈິດຮ່ວມໃຈກັບຍາດພີ່ນ້ອງລະດົມທຶນສ່ວນຕົວໃນການຈັດແຕ່ງອາຫານໃຫ້ກັບບັນດາຈຸດກວດກາຂອງບ້ານ ນັບແຕ່ວັນທີ 17 ເມສາ ເປັນຕົ້ນມາ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19.