ທ່ານ ດຣ ນາງ ໄຊພອນ ໄຊຍະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງ ຈັນ ໄດ້ໃຫ້ສຳພາດ ໃນວັນທີ 28 ເມສາ 2020 ໃຫ້ຮູ້ກ່ຽວກັບສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກໃນປີ 2020 ນັບເປັນເວລາເກືອບ 4 ເດືອນ ທົ່ວນະຄອນຫຼວງວຽງຈັນ ມີກໍລະນີເປັນ ໄຂ້ຍຸງລາຍມີ 287 ກໍລະນີ ຍິງ 147 ກໍລະນີ, ເສຍຊີວິດ 1 ກໍລະນີ ອາຍຸ 31 ປີ ປະຊາຊົນບ້ານທ່າສະຫວ່າງ ເມືອງໄຊທາ ນີ, ຈາກຈຳນວນກໍລະນີທີ່ເປັນໄຂ້ຍຸງລາຍເຖິງ 200 ກວ່າກໍລະນີ ພຽງໄລຍະ 4 ເດືອນ ເຖິງວ່າບໍ່ແມ່ນລະດູຝົນກໍເຫັນວ່າມີກໍລະນີຫຼາຍແລ້ວ ເຊິ່ງມີຄວາມສ່ຽງໃຫ້ພວກເຮົາຮູ້ວ່າ ຫາກຮອດໄລຍະຝົນຕົກຫຼາຍຂຶ້ນກໍຈະມີນໍ້າຂັງຫຼາຍບ່ອນ ອາດຈະເຮັດໃຫ້ກໍລະນີເປັນພະຍາດໄຂ້ຍຸງລາຍຫຼາຍຂຶ້ນ; ດ້ວຍເຫດນັ້ນ, ພະແນກສາທາລະນະສຸກ ນວ ຈຶ່ງຂໍເຕືອນໃຫ້ປະຊາຊົນ ມີສະຕິລະວັງໄຂ້ຍຸງລາຍລະບາດໜັກ ພ້ອມທັງໃຫ້ເປັນເຈົ້າການປະຕິບັດຕາມແຈ້ງການຕ່າງໆທີ່ກະຊວງສາທາລະນະສຸກວາງອອກ ໂດຍສະເພາະແມ່ນ ການປະຕິບັດ 5 ປ.

ທ່ານ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ກ່າວວ່າ: ນວ ມີທັງໝົດ 9 ເມືອງ ໃນປີນີ້ນັບແຕ່ຕົ້ນເດືອນມັງກອນຮອດປັດຈຸບັນ ມີກໍລະນີເປັນໄຂ້ຍຸງລາຍ ຫຼາຍກວ່າໝູ່ແມ່ນເມືອງໄຊທານີ ມີ 89 ກໍລະນີ ( ເສຍຊີວິດ 1 ກໍລະນີ ), ອັນດັບ 2 ແມ່ນເມືອງໄຊເສດຖາ 37 ກໍລະນີ, ອັນດັບ 3 ເມືອງສັງທອງມີ 35 ກໍລະນີ; ເຖິງວ່າທຽບໃສ່ປີ 2019 ໃນໄລຍະດຽວກັນແມ່ນມີຈຳນວນຫຼຸດລົງກວ່າປີຜ່ານມາກໍຕາມ ແຕ່ນີ້ກໍຖືວ່າພະຍາດໄຂ້ຍຸງລາຍອາດຈະມີການລະບາດໜັກ ຫາກທຸກຄົນຂາດສະຕິລະວັງໂຕບໍ່ປະຕິບັດຕາມແຈ້ງການທີ່ວາງອອກ, ຍັງຖືເບົາຕໍ່ການຮັກສາສຸຂະພາບຕົນເອງ ເປັນຕົ້ນແມ່ນເວລາເປັນໄຂ້ແລ້ວບໍ່ໄປກວດຢ່າງລະອຽດ ຫາຊື້ຢາກິນເອງ ຈົນເຫດໃຫ້ຊ໋ອກຈາກການເປັນໄຂ້ຍຸງລາຍຈົນເຮັດໃຫ້ເສຍຊີດວິດ ( ດັ່ງກໍລະນີທີ່ເສຍຊີວິດ 1 ກໍລະນີ ຢູ່ເມືອງໄຊທານີ ).

ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ມີສາເຫດເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຄໍ່ໂດຍຍຸງລາຍ ກັດໃນເວລາກາງເວັນ; ໂດຍຈະມີອາການໄຂ້ສູງ 2-3 ວັນ, ປວດຫົວ ປວດກະໂບງຕາ ປວດກ້າມຊີ້ນ ປວດຕາມຂໍ່ກະດູກ ປວດຮາກ ຜື່ນແດງຕາມຜິວໜັງ ເລືອດຊຶມຕາມເຍື່ອເມືອກ ຖ້າມີອາການຮູນແຮງຈະມີອາການຊ໋ອກ; ເຮົາສາມາດປ້ອງກັນການເປັນໄຂ້ຍຸງລາຍໂດຍການປະຕິບັດຕາມ 5 ປ ຄື: 1. ປິດ ຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2. ປ່ຽນ ນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈອກນ້ຳ… 3. ປ່ອຍ ປາຫາງນົກຍຸງ ເພື່ອກິນໜອນນໍ້າ. 4. ປັບປຸງ ບໍ່ໃຫ້ມີນໍ້າຄ້າງຂັງ ກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ… 5. ປະຕິບັດ ເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ.

ສຳລັບພະແນກສາທາລະນະສຸກ ນວ ໄດ້ມີການການກະກຽມຕໍ່ສະພາບການທີ່ອາດມີການລະບາດຂອງໄຂ້ຍຸງລາຍ ໂດຍການປັບປຸງຕາໜ່າງການເຝົ້າລະວັງນັບແຕ່ຂັ້ນບ້ານ ຈົນຮອດຂັ້ນ ນວ ສະເພາະຂັ້ນບ້ານແມ່ນຈະມີ ອາສາສະໝັກຂັ້ນບ້ານ ( ອສບ ) ເຮັດໜ້າທີ່ໃນການຕິດຕາມກວດກາ ການປະຕິບັດການທຳລາຍແຫຼ່ງເພາະພັນຂອງຍຸງລາຍຢູ່ຂັ້ນບ້ານ ເຊິ່ງຜ່ານມາກໍໄດ້ມີການຈັດຕັ້ງປະຕິບັດແລ້ວ ເເຕ່ກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນບາງບ້ານທີ່ມີຈຳນວນຄອບຄົວຫຼາຍ ແຕ່ ອສບ ມີຈຳນວນໜ້ອຍ ເຮັດໃຫ້ການຕິດຕາມ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຍັງເຮັດບໍ່ທັນໄດ້ທົ່ວເຖິງ ເຊິ່ງຈະໄດ້ມີການປັບປຸງຕື່ມອີກ ໂດຍຈະໃຫ້ ອສບ ສາມາດໄປໄດ້ຄົບທຸກໜ່ວຍແຕ່ລະເດືອນ; ຈະຝຶກອົບຮົມຄືນໃໝ່ໃຫ້ບັນດາ ອສບ; ເພີ່ມການປະສານງານກັບບ້ານ, ເມືອງໃຫ້ເອົາໃຈໃສ່ໂຄສະນາການຄວບຄຸມພະຍາດໄຂ້ຍຸງລາຍຕື່ມ ໂດຍການໂຄສະນາຜ່ານໂທລະໂຄ່ງ ປຸກລະດົມແນວຄິດໃຫ້ປະຊາຊົນຮັບຮູ້ວ່າ ໜ້າທີ່ປ້ອງກັນ-ສະກັດກັ້ນແຫຼ່ງເພາະພັນໜອນນໍ້າຍຸງລາຍ ເປັນໜ້າທີ່ຂອງໝົດທຸກຄົນ.

ພາບ-ຂ່າວ: ບຸນເຫຼືອ ບຸນສົງ