ອາທິດຜ່ານມານີ້, ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມວ່ນ (1624) ພ້ອມດ້ວຍອາສາສະໝັກໄດ້ເຄື່ອນ ໄຫວສີດພົ້ນຢາຂ້າເຊື້ອພະຍາດໃນເທດສະບານເມືອງທ່າແຂກ ໂດຍເລີ່ມພົ້ນຢາຂ້າເຊື້ອຈາກໂຮງໝໍແຂວງ ຕາມສຳນັກງານ ແລະ ຕາມເສັ້ນທາງ ພາຍໃນເທດສະບານ ເມືອງທ່າແຂກ ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ຂອງເຊື້ອພະຍາດຈຸລະໂລກອັກເສບປອດສາຍພັນໃໜ່ ໂຄວິດ-19 ທີ່ແພ່ລະບາດໃນທົ່ວໂລກ.

ສໍາລັບການເຝົ່າລະວັງຕິດຕາມການແພ່ລະບາດຂອງເຊື້ອພະຍາດ ພາຍໃນແຂວງຄຳມ່ວນ. ປັດຈຸບັນແມ່ນຍັງບໍ່ມີບຸກຄົນໃດທີ່ເຂົ້າຂ່າຍກໍລະນີຜູ້ຕ້ອງສົງໄສຕິດເຊື້ອ. ແຕ່ເຖິງຢ່າງໃດກໍຕາມ, ທາງມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ກໍບໍ່ໄດ້ລົດລະຄວາມພະຍາມໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນການປະກອບສ່ວນໃນການສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ເພື່ອເຮັດໃຫ້ປະຊາຊົນມີຄວາມ ປອດໄພ ແລະ ຫ່າງໄກຈາກເຊື້ອພະຍາດນີ້.

ທ່ານ ກ້ອນແກ້ວ ອຸດອນ ຜູ້ຊີ້ນຳມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ 1624 ໃຫ້ຮູ້ວ່າ ຈຸດປະສົງໃນການເຄືອນໄຫວສິດພົ້ນຢາຂ້າເຊື້ອພະຍາດໃນຄັ້ງນີ້ ກໍເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດ ໂຄວິດ 19 ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 25 ມີນາ ເປັນຕົ້ນມາ ຢູ່ຕາມໂຮງໝໍ ສຳນັກງານອົງການຕ່າງໆ ແລະ ຕາມເສັ້ນທາງພາຍໃນເທດສະບານ ເມືອງທ່າແຂກ 3 ມື້ຕໍ່ຄັ້ງ ແລະ ຂໍຮຽກຮ້ອງມາຍັງ ພະນັກງານລັດຖະກອນ, ພໍ່-ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ຈົ່ງເປັນເຈົ້າການ ໃຫ້ຄວາມຮ່ວມມືຕໍ່ພວກເຮົາໃນເວລາປະຕິບັດໜ້າທີ່ວຽກງານ ແລະ ປະຕິບັດຕາມຫຼັກການຢູ່ເຮືອນ ເພື່ອຫຼີກລ່ຽງຈາກການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ.