ບໍລິສັດ ເອສທີ ກຣຸບ ມອບກ້ອງຈັບອຸນຫະພູມ ຈໍານວນ​ 5 ຊຸດ​ ມູນຄ່າ 650.000.000 ກີບ
ບໍລິສັດເອສທີ ກຣຸບ ມອບກ້ອງຈັບອຸນຫະພູມ ຈໍານວນ​ 5 ຊຸດ​ ມູນຄ່າ 650.000.000 ກີບ

ວັນທີ​ 1 ພຶດສະພາ​ 2020,​ ບໍລິສັດເອສທີ ກຣຸບ ແລະ​ ທະນາຄານເອສທີ ຈໍາ​ກັດ​ ມອບກ້ອງຈັບອຸນຫະພູມ ຈໍານວນ​ 5 ຊຸດ​ ມູນຄ່າ 650.000.000 ກີບ,​ ກ່າວມອບໂດຍທ່ານ ຈິຣັດຊະຍຸດ ອໍາຍົງ ອໍານວຍການໃຫຍ່ທະນາຄານເອສທີ ຈໍາ​ກັດ​; ກຸ່ມບໍລິສັດ​ ດີເອຊເຄ ຈໍາ​ກັດ​ (ບໍລິສັດນໍ້າຜາໃຫຍ່ຮາຍໂດຣພາວເວີ)​ ມອບເງິນຈໍານວນ 100.000.000 ກີບ, ກ່າວມອບໂດຍ ທ່ານ​ ໄຊຍະສິດ​ ຊານະແກ້ວ ອໍານວຍການບໍລິສັດນໍ້າຜາໃຫຍ່ຮາຍໂດຣພາວເວີ; ກ່າວຮັບໂດຍທ່ານ ສົມດີ​ ດວງດີ​ ຮອງນາຍົກລັດຖະມົນຕີ​ ລັດຖະມົນຕີກະຊວງການເງິນ​ ຫົວໜ້າຄະນະສະເພາະກິດ ​ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກຸ່ມບໍລິສັດ​ ດີເອຊເຄ ຈໍາ​ກັດມອບເງິນ ຈໍານວນ 100.000.000 ກີບ
ກຸ່ມບໍລິສັດ​ ດີເອຊເຄ ຈໍາ​ກັດມອບເງິນ ຈໍານວນ 100.000.000 ກີບ

ທ່ານ​ ສົມດີ​ ດວງດີ​ ໄດ້ກ່າວຂອບໃຈຕໍ່ອໍານວຍການທັງສອງບໍລິສັດທີ່ໄດ້ມອບເຄື່ອງອຸປະກອນ ແລະ​ ເງິນ​ ມອບໃຫ້ຄະນະສະເພາະກິດໃນຄັ້ງນີ້ ແລະ​ ນໍາເອົາເຄື່ອງອຸປະກອນ​ ແລະ​ ເງິນຈໍານວນດັ່ງກ່າວໄປມູນໃຊ້ເຂົ້າໃນການສະກັດກັ້ນປ້ອງ​ກັນ​ ແລະ​ ແກ້ໄຂການແພລະບາດພະຍາດ COVID-19​ ໃຫ້ໝົດໄປໃນສັງຄົມລາວໂດຍໄວ.​