ສານປະຊາຊົນສູງສຸດ ເປີດຊຸດຝືກອົບຮົມວຽກງານພິຈາລະນາຕັດສິນຄະດີດວ້ຍຜູ້ພິພາກສາຜູ້ດຽວ ຊຸດທີ II ໃຫ້ປະທານ, ຮອງປະທານ, ຜູ້ພິພາກສາສານປະຊາຊົນເຂດທົ່ວປະເທດ ໃນວັນທີ 21 ກໍລະກົດ 2020 ເປັນປະທານໂດຍ ທ່ານ ຄຳພາ ແສງດາຣາ ປະທານ ສານປະຊາຊົນສູງສຸດ, ມີ ທ່ານ Richard ຜູ້ອຳນວຍການຝ່າຍບໍລິຫານສະຖາບັນຊ່ວຍເຫຼືອ ທາງດ້ານກົດໝາຍປະເທດລຸກຊຳບວກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະສານປະຊາຊົນສູງສຸດ ແລະ ປະທານສານພາກເຂົ້າຮ່ວມ.

ທ່ານ ຄຳພາ ແສງດາຣາ ກ່າວວ່າ: ຊຸດຝຶກອົບຮົມວຽກງານພິຈາລະນາຕັດສິນຄະດີດວ້ຍຜູ້ພິພາກສາຜູ້ດຽວ ມີຄວາມສຳຄັນ ແລະ ມີຄວາມຈຳເປັນພາວະວິໄສຂອງສານປະຊາຊົນສູງສຸດ ໃນການປະຕິບັດຕາມມາດຕາ 13 ກົດໜາຍວ່າ ດ້ວຍສານປະຊາຊົນທີ່ໄດ້ກໍານົດ ໃຫ້ມີການພິຈາລະນາຕັດສິນດ້ວຍຜູ້ພິພາກສາຜູ້ດຽວ ກ່ຽວກັບຄະດີ, ເບົາບາງ, ມູນຄ່າບໍ່ສູງ ແລະ ຄະດີທີ່ໂຈດ-ຈຳເລີຍຮັບຮູ້ນຳກັນແລ້ວ; ພ້ອມນີ້ ກໍເປັນການເຜີຍແຜ່ ເພື່ອໃຫ້ເຂົ້າໃຈເປັນເອກະພາບກັນກ່ຽວກັບຄຳແນະນຳສະບັບເລກທີ 08/ສປສສ ລົງວັນທີ 9 ຕຸລາ 2018 ວ່າດວ້ຍການພິຈາລະນາຕັດສິນຄະດີດວ້ຍຜູ້ພິພາກສາຜູ້ດຽວ ຂອງສານປະຊາຊົນສູງສຸດ.

ເຊິ່ງຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຊຳນິຊຳນານ, ມີທັກສະ ແລະ ໄຫວພິກຢູ່ໃນແຕ່ລະຂັ້ນຕອນຂອງການດຳເນີນຄະດີ ເປັນຕົ້ນແມ່ນ ການຄົ້ນຄວ້າຄະດີ, ການຂຽນຄຳຕັດສິນ ແລະ ການຂຶ້ນບັນລັງໄຕ່ສວນຄະດີ ໃນທີ່ປະຊຸມສານເນື່ອງຈາກວ່າບັນຫາດັ່ງກ່າວເປັນບັນຫາໃໜ່ ແລະ ເປັນສິ່ງທ້າທາຍສຳລັບຜູ້ພິພາກສາ ທີ່ຖືກແຕ່ງຕັ້ງໃຫ້ການພິຈາລະນາຕັດສິນຜູ້ດຽວ ແລະ ເພື່ອເຮັດໃຫ້ພິຈາລະນາຕັດສິນມີຄວາມວ່ອງໄວ, ພາວະວິໄສ, ຍຸຕິທຳ ແລະ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ສຳລັບການຝຶກອົບຮົມຄັ້ງນີ້ມີນັກສຳມະນາກອນ ຈຳນວນ 50 ສະຫາຍ ຍິງ 10 ສະຫາຍໃຊ້ເວລາການຝຶກອົບຮົມເວລາ 5 ວັນ ( 21-26 ກໍລະກົດ 2020 ) ໂດຍ ໄດ້ຮັບການສະໜັບສະໜູນທາງ ດ້ານທືນຮອນຈາກສະຖາບັນຊວ່ຍເຫຼືອທາງດ້ານກົດໜາຍ ແລະ ວິຊາການປະເທດລຸກຊຳບວກ.