ໃນ 6 ເດືອນຕົ້ນປີ 2020 ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 1.700 ກວ່າເລື່ອງ. ໃນນີ້, ຢືດເຮໂຣອິນ 351,39 ກິໂລກຼາມ, ຢາໄອສ໌ 1.891,84 ກິໂລກຼາມ, ຢາບ້າ 6.137.287 ເມັດ, ນໍ້າໜັກ 613,72 ກິໂລກຼາມ, ກັນຊາ 3.811,10 ກິໂລກຼາມ, ຢາຝິ່ນ 51,28 ກິໂລກຼາມ, ນໍ້າຢາເຄມີ 7,3 ກິໂລກຼາມ, ແປ້ງຝຸ່ນທີ່ຈະເອົາມາປະສົມຢາເສບຕິດ 4,71 ກິໂລກຼາມ, ຜົງຂາວ 26,1 ກິໂລກຼາມ ແລະ ຢາອີ 10 ເມັດ.

ຂໍ້ມູນດັ່ງກ່າວໃຫ້ຮູ້ ໃນກອງປະຊຸມສະຫຼຸບວຽກງານ 6 ເດືອນ ຕົ້ນປີ ຈັດຂຶ້ນໃນວັນທີ 14 ກໍລະ ກົດ 2020 ໂດຍການເປັນປະທານຂອງ ພັອ ປອ ບົວພັນ ຟອງມະນີ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ກຽດເຂົ້າຮ່ວມຂອງ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາທ່ານແຂກຖືກເຊີນ, ພ້ອມຄະນະພັກ-ຄະນະກົມ ແລະ ພະນັກງານນັກຮົບພາຍໃນກົມ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ພັອ ປອ ບົວພັນ ຟອງມະນີ ສະຫຼຸບວ່າ: ໃນ 6 ເດືອນຕົ້ນປີ 2020 ໃນທົ່ວປະເທດສາມາດມ້າງຄະດີໄດ້ທັງໝົດ 1.749 ເລື່ອງ ຈັບຜູ້ຖືກຫາ 2.438 ຄົນ ຍິງ 263 ຄົນ ຕ່າງປະເທດ 66 ຄົນ ຍິງ 7 ຄົນ, ຄົນໄທ 21 ຍິງ 2 ຄົນ, ຫວຽດນາມ 19 ຍິງ 2 ຄົນ, ຈີນ 13 ຄົນ, ມຽນມາ 9 ຄົນ ຍິງ 3 ຄົນ, ປະກິດສະຖານ 2 ຄົນ, ໄອແລນ 1 ຄົນ ແລະ ສ ເກົາຫຼີ 1 ຄົນ. ໃນນັ້ນ ມີຄະດີເດັ່ນ 11 ເລື່ອງ; ຍືດຂອງກາງ ແລະ ພາຫະນະປະເພດຕ່າງໆຄື: ເຮໂຣອິນ 351,39 ກິໂລກຼາມ, ຢາໄອສ໌ 1.891,84 ກິໂລກຼາມ, ຢາບ້າ 6.137.287 ເມັດ, ນໍ້າໜັກ 613,72 ກິໂລກຼາມ, ກັນຊາ 3.811,10 ກິໂລກຼາມ, ຢາຝິ່ນ 51,28 ກິໂລກຼາມ, ນໍ້າຢາເຄມີ 7,3 ກິໂລກຼາມ, ແປ້ງຝຸ່ນທີ່ຈະເອົາມາປະສົມຢາເສບຕິດ 4,71 ກິໂລກຼາມ, ຜົງຂາວ 26,1 ກິໂລກຼາມ, ຢາອີ 10 ເມັດ, ຍຶດວັດຖຸເງິນຄຳ ແລະ ພາຫານະ ໄດ້ຈຳນວນຫຼວງຫຼາຍ.

ສະເພາະກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດມ້າງໄດ້ 4 ເລື່ອງ, ຈັບຜູ້ຖືກຫາ 20 ຄົນ ຍິງ 4 ຄົນ, ຄົນຕ່າງປະເທດ 9 ຄົນ ຍິງ 2 ຄົນ; ຍຶດຂອງກາງ ແລະ ພາຫະນະໄດ້ດັ່ງນີ້: ຢາບ້າ 6.840 ເມັດ, ຢາໄອສ໌ 202 ກິໂລກຼາມ, ເຮໂຣອິນ 195 ກິໂລກຼາມ, ລົດໃຫຍ່ 4 ຄັນ ແລະ ລົດຈັກ 3 ຄັນ.

ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ໂອ້ລົມໂດຍໄດ້ເນັ້ນໃຫ້ຕໍ່ພະນັກງານ-ນັກຮົບ ໃຫ້ແຕ່ລະສະຫາຍເອົາໃຈໃສ່ທາງດ້ານແນວຄິດການເມືອງ, ໃຫ້ມີສະຕິລະວັງຕົວສູງ ຈຳແນກມິດສັດຕູຢ່າງຈະແຈ້ງ ພ້ອມທັງຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ດີຂຶ້ນ ແລະ ໄດ້ຮັບໝາກຜົນສູງ.