ວັນທີ 20 ກໍລະກົດ 2020 ພັອ ໜູໃບ ອິນທິສານ ຮັກສາການຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ກະຊວງ ປກສ ພ້ອມດວ້ຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ມີທິດຊີ້້ນຳວາງແຜນໃນການແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນບ້ານຢ່າງຖືກຕ້ອງ-ສອດຄ່ອງ ກັບສະພາບການຕົວຈິງໃນປັດຈຸບັນ ໂດຍຮຽກຮ້ອງໃຫ້ພະນັກງານກໍ່ສ້າງຮາກຖານກອງ 918 ລວມທັງອຳນາດການປົກຄອງບ້ານ ປກສ ກຸ່ມ ປກສ ບ້ານ ຢູ່ບ້ານສີດອນມີ, ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ສືບຕໍ່ເອົາໃຈໃສ່ເຕົ້າໂຮມສ້າງຄວາມສາມັກຄີ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່-ແມ່ ປະຊາຊົນປະກອບສ່ວນເຂົ້າໃນວຽກງານແກ້ໄຂປະກົດການຫຍໍ້ທໍ້ ໃຫ້ບ້ານມີຄວາມສະຫງົບປອດໄພ.

ພັອ ໜູໃບ ອິນທິສານ ຮຽກຮ້ອງໃຫ້: ພະນັກງານກໍ່ສ້າງຮາກຖານ, ອຳນາດການປົກຄອງພ້ອມ ດ້ວຍ ປກສ ກຸ່ມ ປກສ ບ້ານ, ສືບຕໍ່ເອົາໃຈໃສ່ເຕົ້າໂຮມສ້າງຄວາມສາມັກຄີ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຫັນໄດ້ຄວາມສໍາຄັນວຽກງານກໍ່ສ້າງຮາກຖການເມືອງ ແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບວຽກງານ 3 ສ້າງ ພ້ອມກັນສຸມທຸກກຳລັງຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕີຕ້ານກຸ່ມຄົນບໍ່ດີທີ່ຫວັງມ້າງເພຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ລວມໄປເຖິງ ການແກ້ໄຂບັນຫາຢາເສບຕິດ, ຄົນມາພັກເຊົາແບບເລື່ອນລອຍ, ການຄ້າຂາຍເຖື່ອນຂ້າມແດນ ແນໃສ່ຮັບປະກັນເຮັດໃຫ້ສະພາບພາຍໃນບ້ານມີຄວາມສະຫງົບ ປອດໄພໂດຍພື້ນຖານ.

ໃນໂອກາດນີ້ ບັນດາຫົວໜ້າຈຸໃນແຕ່ລະບ້ານ ກໍໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບ ວຽກງານ 3 ສ້າງໂດຍສະເພາະ ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງບ້ານ ປະເມີນບ້ານ ແລະ ຄອບຄົວສາມັກຄີປອງດອງ ສ້າງບົດບັນທຶກຂໍ້ແຂ່ງຂັນ ບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ, ກວດກາ, ຄຸ້ມຄອງ ຈົດທະບຽນສໍາມະໂນຄົວ, ອອກບັດປະຈຳຕົວໃຫ້ປະຊາຊົນ ແລະ ກວດກາຄຸ້ມຄອງອາຊີບ-ພາຫະນະພິເສດ, ກວດກາເກັບກໍາສະພາບອາດຊະກໍາທາງອາຍາ, ຄຸ້ມຄອງເປົ້າໝາຍ, ປະສານສົມທົບ ປກສ ກຸ່ມ, ປກສ ບ້ານ ເຮັດຫນ້າທີ່ຕີດຕາມກວດກາປ້ອງກັນຄວາມສະຫງົບ ຄວາມເປັນລະ ບຽບຮຽບຮ້ອຍກວດກາຈຸດຂ້າມລອຍໄປມາຫາສູ່ຂອງຄົນລາວ ແລະ ຄົນຕ່າງປະເທດ.