ຫົວໜ້າ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ
ຫົວໜ້າ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ວັນທີ 17 ກໍລະກົດ 2020, ພັອ ສົມໄຊ ຈັນທະວົງ ຫົວໜ້າ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ເມືອງລອງ; ຕ້ອນຮັບໂດຍ ພັທ ຄໍາທອນ ເພັດທອງສີ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງລອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ; ເຊິ່ງໃນໂອກາດເຄື່ອນໄຫວໃນຄັ້ງນີ້, ໄດ້ເນັ້ນໃຫ້ຄະນະບັນຊາກອງບັນຊາການ ປກສ ເມືອງ ເພີ່ມທະວີເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ, ຕໍ່່ເນື່ອງ ແນໃສ່ໃຫ້ເຂົາເຈົ້າມີ ແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳ ພາເປັນເຈົ້າການປະຕິບັດໜ້າທີ່-ທີ່ໄດ້ຮັບມອບ ໝາຍໃຫ້ມີຜົນສຳເລັດ.

ພັອ ສົມໄຊ ຈັນທະວົງ ໄດ້ກ່າວເນັ້ນວ່າ: ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງລອງ ຈົ່ງເພີ່ມທະວີເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະ ນັກງານ-ນັກຮົບ ໃຫ້ເປັນປົກກະຕິ, ຕໍ່່ເນື່ອງ, ເພີ່ມທະວີເຕົ້າໂຮມຄວາມສາມັກຄີພາຍໃນກຳລັງ ແລະ ພໍ່-ແມ່ປະຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ຊີ້ນຳ-ນຳພາບັນດາເຫຼົ່າວິ ຊາສະເພາະ ເພີ່ມທະວີການເຄື່ອນໄຫວວຽກ ງານວິຊາສະເພາະຢູ່ທ້ອງຖິ່ນ, ຮາກຖານນຳພາ ກຳລັງຢ່າງມີຈຸດສຸມ, ສຳຫຼວດພື້ນທີ່ເພື່ອພ້ອມກັນກະກຽມວາງແຜນປ້ອງກັນກອງປະຊຸມ ໃຫຍ່ຜູ້ແທນ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຫຼວງນໍ້າທາ ໃຫ້ຮັດກຸມ, ຮອບດ້ານ, ເອົາ ໃຈໃສ່ລາດຕະເວນຕະຫຼອດ 24 ຊົ່ວໂມງ ພ້ອມທັງສຸມໃສ່ວຽກງານປະຈຳການຢ່າງເປັນ ປົກກະຕິ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນໂອກາດດຽວກັນ, ກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີວຽກງານປ້ອງກັນຄວາມສະຫງົບໃນໄລຍະຜ່ານມາໂດຍຫຍໍ້ຈາກ ພັທ ຄໍາທອນ ເພັດ ທອງສີ ເປັນຕົ້ນແມ່ນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີເກີດຂຶ້ນໃນທົ່ວເມືອງ ໂດຍສະເພາະແມ່ນການລັກລອບເຂົ້າ-ອອກເມືອງແບບບໍ່ຖືກຕ້ອງ, ບັນຫາຢາເສບຕິດ, ບັນຫາສາສະໜາ ແລະ ບັນຫາຕ່າງໆທີເກີດຂຶ້ນແມ່ນໄດ້ຮັບການແກ້ໄຂ ແລະ ຫຼຸດລົງເປັນກ້າວໆ.