ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຂອງກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຂຶ້ນໃນວັນທີ 14-15 ກຸມພາ 2018, ເຂົ້າຮ່ວມ ໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ, ມີຫົວໜ້າກົມ-ຮອງກົມຈາກຂະແໜງການຕ່າງໆ, ຫົວໜ້າພະແນກ-ຮອງພະແນກ ແລະ ຕາງໜ້າພະແນກອຸດສາຫະກຳ-ການຄ້າແຂວງ-ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ນາງ ພອນສະຫວັນ ຈັນທະວົງ ຫົວໜ້າພະແນກປົກປ້ອງຜູ້ຊົມໃຊ້ ກົມການຄ້າພາຍໃນ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອຖອດຖອນ-ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂອງບັນດາຂະແໜງການທີ່ກ່ຽວຂ້ອງແນໃສ່ສ້າງຄວາມເປັນເອກະພາບກັນກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ຂອງຂະແໜງການຕ່າງໆຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ພ້ອມທັງສ້າງໃຫ້ພະນັກງານລັດ ແລະ ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ນັບແຕ່ສູນກາງຮອດທ້ອງຖິ່ນໄດ້ມີການປະສານສົມທົບກັນໃນການເຄື່ອນໄຫວປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມລະອຽດ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ວາງໄວ້; ເຊິ່ງຜ່ານມາ, ການເຄື່ອນໄຫວປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ແມ່ນເຮັດໄດ້ດີ ເປັນຕົ້ນແມ່ນການສ້າງສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510 ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ, ການສ້າງນິຕິກຳຂອງທຸກຂະແໜງການໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ຄື: ການຕິດສະຫຼາກສິນຄ້າເປັນພາສາລາວ ແລະ ການໂຄສະນາອື່ນໆ ໃນນັ້ນ, ພະນັກງານພວກເຮົາໄດ້ລົງກວດກາຊິງຊັ່ງຕາມຕະຫຼາດພາຍໃນນະຄອນຫຼວງວຽງຈັນ ໄດ້ທັງໝົດ 20 ຕະຫຼາດ, ກວດໄດ້ 150 ໜ່ວຍ, ພົບຊິງຊັ່ງບໍ່ຜ່ານມາດຕະຖານ 10 ໜ່ວຍ, ບໍ່ໃຫ້ນຳໃຊ້ 4 ໜ່ວຍ, ໃນກອງປະຊຸມບັນດາຂະແໜງການຕ່າງໆຍັງໄດ້ຜັດປ່ຽນກັນຂຶ້ນ ປະກອບຄຳຄິດເຫັນຕໍ່ທິດທາງແຜນການປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານມີຄວາມສະດວກ.

ສ່ວນທິດທາງແຜນການປີ 2018, ຄະນະກົມການຄ້າພາຍໃນຈະເພີ່ມທະວີໂຄສະນາເຜີຍແຜ່ວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ກວ້າງຂວາງ, ສືບຕໍ່ລົງຊຸກຍູ້ແນະນຳ ແລະ ຕິດຕາມກວດກາວຽກງານຕິດຕາມສະຫຼາກສິນຄ້າທີ່ເປັນພາສາລາວຢູ່ທົ່ວປະເທດໃຫ້ທົ່ວເຖິງ; ສ້າງກົນໄກການປະສານວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ເປັນລະບົບ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສືບຕໍ່ຄົ້ນຄວ້າ ແລະ ສ້າງນິຕິກຳເພີ່ມເຕີມ ໂດຍສະເພາະວຽກງານໂຄສະນາສິນຄ້າ ແລະ ການບໍລິການ ເພື່ອຮັບປະກັນໃຫ້ວຽກງານປົກປ້ອງຜູ້ຊົມໃຊ້ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.