ວັນທີ 14 ກຸມພານີ້, ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ປະທານຄະນະກໍາມາທິການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ລະຫວ່າງ ທ່ານ ກຸ ຈັນສີນາ ປະທານຄະນະກໍາມາທິການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ( ຜູ້ເກົ່າ ) ແລະ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ເປັນປະທານຄະນະກໍາມະທິການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ( ຜູ້ໃໝ່ ), ມີຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ກຸ ຈັນສີນາ ໄດ້ຜ່ານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃນໄລຍະເກືອບ 28 ປີຜ່ານມາ ຄະນະກໍາມາທິການ ແລະ ຄວບຄຸມຢາເສບຕິດໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ ເອົາໃຈໃສ່ສຶກສາອົບຮົມ ແລະ ໂຄສະນາຜົນຮ້າຍຂອງຢາເສບຕິດ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ ເຊິ່ງໃນແຕ່ລະປີໄດ້ມີຄົນເຂົ້າຮ່ວມຮັບຟັງໃນທົ່ວປະເທດມີປະມານ 150.000-200.000 ເທື່ອຄົນ, ພ້ອມນີ້ຍັງໄດ້ເຜີຍແຜ່ອອກຂ່າວ ທາງໜັງສືພິມ, ວິທະຍຸ, ໂທລະພາບຂອງ ກະຊວງ ປກສ ແລະ ຂອງຂະແໜງການຕ່າງໆ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານດັ່ງກ່າວ, ການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ລັດຖະບານໄດ້ນໍາໃຊ້ງົບປະມານ ແລະ ຍາດແຍ່ງເອົາທຶນຊ່ວຍເຫຼືອຈາກສາກົນມາປັບປຸງ ແລະ ກໍ່ສ້າງສູນປິ່ນປົວຜູ້ຕິດຢາເສບຕິດ ໃນທົ່ວປະເທດ ໄດ້ 17 ແຫ່ງ ແລະ ເປັນຂອງເອກະຊົນຈາກພາຍໃນ ແລະ ຕ່າາງປະເທດ 3 ແຫ່ງ; ນອກນັ້ນຍັງໄດ້ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອດໍາເນີນການປິ່ນປົວດ້ວຍການໃຫ້ຄໍາປຶກສາແກ່ຜູ້ຕິດຢາເສບຕິດຢູ່ໂຮງໝໍເມືອງຂອງ 3 ແຂວງ ໄດ້ 13 ແຫ່ງ, ໃນແຕ່ລະປີບັນດາສູນ ແລະ ໂຮງໝໍເຫຼົ່ານີ້ສາມາດປິ່ນປົວຜູ້ຕິດຢາເສບຕິດ ໄດ້ປະມານ 4.000-5.000 ເທື່ອຄົນຕໍ່ປີ.

ພົຕ ປອ ສົມຫວັງ ທໍາມະສິດ ໄດ້ຕາງໜ້າຄະນະປະທານຄະນະກໍາມາທິການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ກ່າວຮັບໜ້າທີ່ອັນມີກຽດທີ່ ພັກ-ລັດຖະບານມອບໝາຍໃຫ້ ຈະພ້ອມກັນຕັ້ງໜ້າສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້-ຄວາມສາມາດ ເພື່ອເຮັດໃຫ້ຫຼ້ອນໜ້າທີ່ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ.

ໃນພິທີ ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງ ປກສ ເລກທີ 1679/ປກສ, ລົງວັນທີ 8 ກັນຍາ 2017 ວ່າດ້ວຍການແຕ່ງ ຕັ້ງຄະນະຊີ້ນໍາກວດກາ ແລະ ຄວບຄຸມຢາເສບຕິດຂັ້ນ ກະຊວງ ປກສ ໂດຍຕົກລົງແຕ່ງຕັ້ງ ພົຕ ປອ ສົມ ຫວັງ ທໍາມະສິດ ເປັນຫົວໜ້າ, ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ເປັນຮອງ, ພັອ ອ່ອນຜິວ ໂຄ້ງວຽງທອງ ແລະ ພັອ ຄໍາແພງ ໄຊຍະລາດ ເປັນຄະນະ, ພ້ອມນີ້ຍັງຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາສະພາບໍລິຫານກອງທຶນສະກັດກັ້ນ ແລະ ຄວບຄຸມຢາເສບ ຕິດ, ໃນນີ້ເຫັນດີຕົກລົງແຕ່ງຕັ້ງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ເປັນຫົວໜ້າ, ພັອ ອ່ອນຜິວ ໂຄ້ງ ວຽງທອງ ເປັນຮອງ, ພັອ ຄໍາແພງ ໄຊຍະລາດ ແລະ ພັທ ໜູຈອນ ກ້ອນທອງດໍາ ເປັນຄະນະ.