ວັນທີ 4 ກັນຍ ຜ່ານມານີ້, ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ຈັດພິທີທຳລາຍສິ້ນສ່ວນຂອງພາຫະນະລົດຈັກທີ່ດັດແປງສະພາບເຕັກນິກລົດທີ່ບໍ່ຖືກຕ້ອງ ແລະ ຜິດຕໍ່ກົດລະບຽບຈະລາຈອນ ໂດຍເປັນກຽດເຂົ້າຮ່ວມ ຂອງ ພັທ ບຸນຈັນ ອຸປະສິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ທ່ານ ກັນອິນປັນຍາ ຫົວໜ້າໜ່ວຍງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງປາກລາຍ, ພ້ອມດ້ວຍຕາງໜ້າອໍານາດການປົກຄອງບ້ານແສງລາຍ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມເປັນສັກຂີ່ພະຍານ.

ພັຕ ອານຸ ໂພທິໄຕ ຫົວໜ້າກອງຕໍາຫຼວດຈະລາຈອນ ປກສ ເມືອງປາກລາຍ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງເຄື່ອນໄຫວກວດກາລາດຕາເວນໃນຂອບເຂດເທດສະບານ ເມືອງຢ່າງເຂັ້ມງວດ ໂດຍພົບເຫັນບັນດານັກຂັບຂີ່ທີ່ມີການລະເມີດກົດລະ ບຽບຈະລາຈອນ ເປັນຕົ້ນການຕິດປ້າຍທະບຽນປ້າຍປອມ, ປ້າຍຕົກເຮ່ຍ, ປ້າຍເກົ່າ, ປ້າຍຫັກ, ປ້າຍທະບຽນຕ່າງປະເທດ ແລະ ການດັດແປງສະພາບເຕັກນິກຂອງລົດຈັກເປັນຕົ້ນ ແມ່ນທໍ່ອາຍເສຍທີ່ມີສຽງດັງແຮງເກີນກຳນົດ, ປະກອບຢາງນ້ອຍ, ກົງນ້ອຍບໍ່ໄດ້ມາດຕະ ຖານ ແລະອື່ນໆ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກັບເຈົ້າຂອງລົດແກ້ໄຂ ພ້ອມທັງຖອນອຸປະກອນດັ່ງກ່າວທີ່ພາໃຫ້ເກີດມີປະກົດການຫໍ້ຍທໍ້ໃນສັງຄົມ. ອຸປະກອນທີ່ນໍາມາທຳລາຍຄັ້ງໃນຄັ້ງນີ້ມີ: ທໍ່ອາຍເສຍ ( ທໍ່ສູດ ) ຈຳນວນ 131 ອັນ, ຢາງຕີນລົດຢາງນ້ອຍ ຈຳນວນ 31 ເສັ້ນ, ກົງນ້ອຍ ຈຳນວນ 20 ກົງ ແລະ ແຜ່ນປ້າຍທະບຽນທີ່ບໍ່ຖືກຕ້ອງຈຳນວນ 79 ແຜ່ນ.