ໃນວັນທີ 9 ກັນຍາ 2020, ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດສະຖານີໂທລະພາບຊ່ອງ 7 ກອງທັບປະຊາຊົນລາວ ໂດຍການເຂົ້າຮ່ວມຂອງ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ທ່ານ ຈຽງ ຈາຍ ຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ສປ ຈີນ ປະຈໍາ ສປປ ລາວ; ໂດຍມີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ບັນດາຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ພົຕ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກ່າວວ່າ:

ພາຍຫຼັງທີ່ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອະນຸມັດສ້າງຕັ້ງສະຖານີ ໃນປີ 2013, ຄະນະນໍາກະຊວງ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນ ເພື່ອພິຈາລະນາສ້າງຕັ້ງສະຖານີໂທລະພາບກອງທັບ.

ມາຮອດປີ 2017, ໄດ້ຕົກລົງຄົ້ນຄວ້າຄືນໃໝ່ການກໍ່ສ້າງທຸກລະບົບຂອງສະຖານີ ຈາກລະບົບອັນນາລັອກ ແບບຕັ້ງເສົາຮັບ-ສົ່ງສັນຍານ ມາເປັນ ການຮັບ-ສົ່ງສັນຍານ ຜ່ານດາວທຽມລາວແຊັດ ໂດຍແມ່ນ ບໍລິສັດ ພັດທະນາ ວິທະຍາສາດ ເຕັກໂນໂລຢີ ລາວ ຈໍາກັດ ເປັນຜູ້ຄົ້ນຄວ້າລະບົບເຕັກນິກຄືນໃໝ່.

ວັນທີ 1 ສິງຫາ 2018, ຈຶ່ງໄດ້ເຊັນສັນຍາກໍ່ສ້າງອາຄານສະຖານີໂທລະພາບກອງທັບຂຶ້ນ ລະຫວ່າງ ກົມໃຫຍ່ການເມືອງກອງທັບ ກັບ ບໍລິສັດ ຫອມສົມບັດກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງອາຄານ. ສ່ວນ ບໍລິສັດ ພັດທະນາ ເຕັກໂນໂລຢີ ລາວ ຈໍາກັດ ຮັບຕົບແຕ່ງຫ້ອງສະຕູ 2 ຫ້ອງ, ຫ້ອງອັດສຽງ 1 ຫ້ອງ, ຫ້ອງເຕັກນິກຕັດຕໍ່ 1 ຫ້ອງ ແລະ ປະກອບຈັກໄຟຟ້າສໍາຮອງ 200 ກິໂລວັດໂມງ 1 ເຄື່ອງ ລວມມູນຄ່າທັງໝົດ 11.776.865.000 ກີບ.

ພາຍຫຼັງສ້າງຕັ້ງສໍາເລັດ, ຈຶ່ງໄດ້ທົດລອງອອກອາກາດ ໃນວັນທີ 20 ມັງກອນ 2020 ແລະ ໃນວັນທີ 15 ມິຖຸນາ 2020 ໄດ້ເຊັນສັນຍາກັບ ບໍລິສັດ ລາວ-ເອເຊຍ ປາຊີຟິກ ໃນການຮັບ-ສົ່ງສັນຍານດາວທຽມລາວແຊັດ 1 ແລະ ສັນຍາການນໍາໃຊ້ສັນຍານເຊື່ອມຕໍ່ສາຍສົ່ງດີພີແອວຊີ (DPLC) ນໍາ ບໍລິສັດ ສະກາຍໂທລະຄົມ.

ໃນໂອກາດດັ່ງກ່າວ, ພົອ ຈັນສະໝອນ ຈັນຍາລາດ ຍັງໄດ້ມີຄໍາເຫັນ ແລະ ກ່າວເປີດສະຖານີໂທລະພາບຊ່ອງ 7 ກອງທັບປະຊາຊົນລາວ ຢ່າງເປັນທາງການ ວ່າ:

” ການສ້າງຕັ້ງສະຖານີໂທລະພາບກອງທັບ ແມ່ນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ ກະຊວງປ້ອງກັນປະເທດ ສປ ຈີນ ທາງດ້ານການກໍ່ສ້າງພື້ນຖານໂຄງລ່າງ, ຕຶກອາຄານ, ພາຫະນະເຕັກນິກ ແລະ ອຸປະກອນຕ່າງໆ ”

ໃນນາມຕາງໜ້າໃຫ້ ຄະນະນໍາ ກະຊວງປ້ອງກັນປະເທດ ສປປ ລາວ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ ແລະ ປົກປັກຮັກສາໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງສະແດງຄວາມຂອບໃຈຕໍ່ກັບ ການຮ່ວມມືຂອງທັງສອງ ກະຊວງປ້ອງກັນປະເທດ ລາວ-ຈີນ ໃນຄັ້ງນີ້ ເຊິ່ງເປັນການຮ່ວມມືແບບພິເສດທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.