ວິທະຍາຄານກົມມະດໍາ ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ

0
1085

ໃນວັນທີ 8 ກັນຍາ ທີ່ຜ່ານມາ, ວິທະຍາຄານກົມມະດໍາ ເຊື່ອມຊຶມມະຕິຂອງ ກົມການເມືອງສູນກາງພັກ ແລະ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ, ວັນສາຍພົວພັນການທູດ ລາວ-ຫວຽດນາມ; ເຊິ່ງເປັນປະທານ ແລະ ເຜີຍແຜ່ໂດຍ ພັອ ຖາວອນ ແກ້ວອິນທະວົງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານກົມມະດໍາ ແລະ ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນກົມກອງ ເຂົ້າຮ່ວມ.

ເອກະສານທີ່ນໍາມາຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ມະຕິ ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການ ປ່ຽນແປງໃໝ່ ສະບັບເລກທີ 11/ກມສພ; ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ ກ່ຽວກັບ ການຍຶດໝັ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຕັ້ງໜ້າກໍ່ສ້າງກໍາລັງປະກອບອາວຸດປະຕິວັດຂອງປະຊາຊົນ ໃຫ້ໜັກແໜ້ນ-ເຂັ້ມແຂງ ພາຍໃຕ້ການນໍາພາໂດຍກົງເດັດຂາດຮອບດ້ານຂອງພັກ ເພື່ອຜົນປະໂຫຍດຂອງປະຊາຊົນຍຶດໝັ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງທ່າສະໜາມປ້ອງກັນຄວາມສະຫງົບຕາມທິດ 3 ສ້າງ, ກໍາລັງພື້ນຖານປ້ອງກັນຄວາມສະຫງົບ ແມ່ນກ້ອນກໍາລັງຄວາມສາມັກຄີທົ່ວປວງຊົນລາວທັງຊາດ, ກໍາລັງແຮງຂອງລະບົບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ກໍາລັງແຮງທາງດ້ານການພົວພັນຕ່າງປະເທດ.

ໂອກາດດຽວກັນນີ້, ຍັງໄດ້ຮັບຟັງຫານປະຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 75 ປີ ແລະ ວັນສາຍພົວພັນການທູດລາວ-ຫວຽດນາມ ໂດຍການເປັນປະທານ ແລະ ປະຖະກະຖາຂອງ ພັທ. ປອ ສົມໄຫວ ແໜງໄຊຄຸນ ຄະນະປະຈໍາພັກ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ພ້ອມດ້ວຍພັກນັກງານທົ່ວວິທະຍາຄານກົມມະດໍາເຂົ້າຮ່ວມ.

ການປາຖະກະຖາໃນຄັ້ງນີ້ ສະຫາຍຍັງໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ພິລະອາດຫານຂອງກອງທັບຫວຽດນາມ ທີ່ມີຄວາມພິລະອາດຫານຕໍ່ສູ້ມີໄຊຢ່າງອົງອາດກ້າ ແກ່ນໃນແຕ່ລະໄລຍະຜ່ານມາ ຈົນເຖິງປັນຈຸບັນ ແລະ ພົວພັນຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະຜ່ານມາ; ພ້ອມທັງຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ ຮທ ຂັນທະລີ ທໍາມະວົງ