ວັນທີ 8 ກັນຍາ ທີ່ຜ່ານມານີ້, ວິທະຍາຄານກົມມະດໍາ ໄດ້ປະກາດຊັບຊ້ອນ ແລະ ເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຢູ່ວິທະຍາຄານກົມມະດໍາ ພາຍໃຕ້ການເປັນປະທານຂອງ ພັອ ຄໍາແອ່ວ ໜ້າທະພັນ ຮອງອໍານວຍການ ຫົວໜ້າຫ້ອງພະລາທິການວິທະຍາຄານກົມມະດໍາ ໂດຍມີພະແນກການ, ກອງພັນ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

ພັທ ອໍາພອນ ສີໂສພົດ ຫົວໜ້າາພະແນກພະນັກງານ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກນ້ໍາມັນເຊື້ອໄຟ ຂອງວິທະຍາຄານກົມມະດໍາ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບ ປັບປຸງ ) ໃນພາກທີ II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ແລະ ຜ່ານຂໍ້ຕົກລົງຂອງ ອໍານວຍການວິທະຍາຄານກົມມະດໍາ ວ່າດ້ວຍການ ຊັບຊ້ອນພະນັກງານ ອີງຕາມກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ຈໍານວນ 20 ສະຫາຍ.

ພັທ ຄໍາມິງ ສີປະເສີດ ຫົວໜ້າພະແນກກໍາລັງພົນວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງອໍານວຍການ ວິທະຍາຄານກົມມະດໍາ ວ່າດ້ວຍການຊັບຊ້ອນ ມອບໝາຍໜ້າທີ່ໃຫ້ນາຍສິບ ອີງຕາມຂໍ້ກໍານົດກົດລະບຽບຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ ( ສະບັບປັບປຸງ ) ສະບັບເລກທີ່ 1681/ກປທ ລົງ ວັນທີ 12/05/2016 ຊັບຊ້ອນມອບໝາຍໜ້າໃຫ້ນາຍສິບຈໍານວນ 17 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບ ຈໍານວນ 10 ສະຫາຍ.

ໃນໂອກາດນີ້, ທ່ານ ພັອ ຄໍາແອ່ວ ໜ້າທະພັນ ຮອງອໍານວຍການ ຫົວໜ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ ໄດ້ໂອ້ລົມເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໄປຮັບໜ້າທີ່ໃໝ່ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ ຖືເອົາວຽກງານສຶກສາອົບຮົມ-ການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງນໍາພາປັບປຸງກອງທັບໃຫ້ເຂົ້າສູ່ລະບຽບແບບແຜນທັນສະໄໝຂຶ້ນເລື້ອຍໆ.

ຂ່າວ-ພາບ: ນາງ ດວງມະລາ ວັນທານຸວົງ