ເລຂາທິການໃຫຍ່ ຊີ້ນໍາກໍາລັງ ປກສ ທຸກຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຮັບປະກັນບໍ່ໃຫ້ມີເຫດການຄວາມຮຸນແຮງເກີດຂຶ້ນ
ເລຂາທິການໃຫຍ່ ຊີ້ນໍາກໍາລັງ ປກສ ທຸກຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຮັບປະກັນບໍ່ໃຫ້ມີເຫດການຄວາມຮຸນແຮງເກີດຂຶ້ນ

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ຊີ້ນໍາໃຫ້ກໍາລັງປ້ອງກັນຄວາມສະຫງົບທຸກຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເພີ່ມທະວີການນໍາພາຊີ້ນໍາ ວຽກງານປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ໃນເງື່ອນໄຂສະພາບການໃໝ່ໃຫ້ເລິກເຊິ່ງ, ເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດ, ເດັດຂາດບໍ່ໃຫ້ມີເຫດການຄວາມຮຸນແຮງເກີດຂຶ້ນ, ຖ້າເກີດມີຢູ່ບ່ອນໃດ ໃຫ້ບ່ອນນັ້ນເປັນເຈົ້າການແກ້ໄຂຢ່າງຂາດຕົວ, ບໍ່ໃຫ້ແຜ່ລາມ ແລະ ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ.

ເນັ້ນການນຳກຳລັງ ປກສ ທຸກຂັ້ນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເພີ່ມທະວີການນໍາພາຊີ້ນໍາ ວຽກງານປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ
ເນັ້ນການນຳກຳລັງ ປກສ ທຸກຂັ້ນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເພີ່ມທະວີການນໍາພາຊີ້ນໍາ ວຽກງານປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ

ສະຫາຍ ບຸນຍັງ ວໍລະຈິດ ໃຫ້ທິດຊີ້ນໍາວຽກງານດັ່ງກ່າວ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 9-10 ກັນຍາ 2020 ໂດຍສະຫາຍໄດ້ກ່າວບາງຕອນສໍາຄັນວ່າ: ກໍາລັງປ້ອງກັນຄວາມສະຫງົບທຸກຂັ້ນ ຕ້ອງເອົາໃຈໃສ່ບຸກບືນສູ້ຊົນຕື່ມ ເປັນຕົ້ນແມ່ນເພີ່ມທະວີວຽກງານສຶກສາອົບຮົມແນວຄິດດ້ວຍຫຼາຍຮູບຫຼາຍສີ; ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ຍຶດຫມັ້ນອຸດົມການສັງຄົມນິຍົມ, ມີຫຼັກໜັ້ນຊົນຊັ້ນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ. ສືບຕໍ່ເພີ່ມທະວີການນໍາພາຊີ້ນໍາ ວຽກງານປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃນເງື່ອນໄຂສະພາບການໃໝ່ໃຫ້ເລິກເຊິ່ງ, ເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ, ເດັດຂາດບໍ່ໃຫ້ມີເຫດການຄວາມຮຸນແຮງເກີດຂຶ້ນ; ສຸມໃສ່ແກ້ໄຂຢ່າງຈິງຈັງບັນດາສະພາບຫຍໍ້ທໍ້ໃຫ້ມີການຫຼຸດລົງ ຢ່າງເປັນຮູບປະທໍາ ເພື່ອສ້າງບັນຍາກາດ ແລະ ເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນ.

ເພີ່ມທະວີສະຕິລະວັງຕົວ, ຍົກສູງຄວາມຮັບຜິດຊອບໃນການຊີ້ນໍາບັນຊາບັນດາກົມກອງ ແລະ ທ້ອງຖິ່ນ ກໍຄືເຫຼົ່າຮົບວິຊາສະເພາະ, ຈັດວາງກໍາລັງປ້ອງກັນ, ມີລະບອບປະຈໍາການກຽມພ້ອມສູ້ຮົບ,  ມີແຜນປ້ອງກັນ, ສະກັດກັ້ນ ແລະ ມາດຕະການແກ້ໄຂແຕ່ລະດ້ານ, ແຕ່ລະກໍລະນີ ຢ່າງຮອບດ້ານ ແລະ ທັນການ ຮັບປະກັນບໍ່ໃຫ້ມີເຫດການຄວາມບໍ່ສະຫງົບທາງການເມືອງເກີດຂຶ້ນ; ຖ້າເກີດຂຶ້ນຢູ່ບ່ອນໃດ ໃຫ້ບ່ອນນັ້ນເປັນເຈົ້າການ ແກ້ໄຂຢ່າງຂາດຕົວ, ບໍ່ໃຫ້ແຜ່ລາມ ແລະ ສົ່ງຜົນ ກະທົບເຖິງຄວາມໜັ້ນຄົງຂອງຊາດ. ນອກນີ້ ສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງກໍ່ສ້າງຮາກ ຖານໃຫ້ແຂງແຮງກວ່າເກົ່າ, ປັບປຸງຮາກຖານການເມືອງ ໃຫ້ໜັກແໜ້ນ, ເປັນຕົ້ນ ແມ່ນເຂດຊົນນະບົດຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນອື່ນໆ;  ສະກັດກັ້ນບັນດາໜໍ່ແໜງປັດໄຈ ທີ່ພາໃຫ້ເກີດຄວາມບໍ່ສະຫງົບທຸກຮູບແບບ ໃຫ້ມີການ ຫັນປ່ຽນຢ່າງຕັ້ງໜ້າ ແລະ ຈະແຈ້ງ;

ພ້ອມກັນນີ້, ຄະນະບັນຊາ ຕ້ອງປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຖືເປັນບັນຫາປັດໄຈຕັດສິນ, ອັນສໍາຄັນ ສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ ແລະ ດ້ານການຈັດຕັ້ງ, ເຊີດຊູບົດບາດການນໍາພາຂອງພັກ ໃຫ້ສູງຂຶ້ນ; ຢາກເຮັດໄດ້ແນວນັ້ນ ຕ້ອງເຄົາລົບຫຼັກການນໍາພາຂອງພັກ ຢ່າງເຂັ້ມງວດ ແລະ ມີການກວດກາ ຢ່າງເປັນລະບົບຕໍ່ເນື່ອງ, ກ້າເວົ້າ, ກ້າຕໍານິສົ່ງຂ່າວ, ກ້າປະຕິບັດວິໄນ ເພື່ອໃຫ້ວຽກງານມີການຫັນປ່ຽນ ຢ່າງຖືກຕ້ອງ ແລະ ພາວະວິໄສ ເພື່ອໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄວາມເຂັ້ມງວດດ້ານລະບຽບວິໄນ ແລະ ມີຄວາມເຂັ້ມແຂງດ້ານການຈັດຕັ້ງ; ນັບທັງເປັນແບບຢ່າງນໍາຫນ້າ, ມີຄວາມສາມາດນໍາພາ ເຮັດສໍາເລັດຫນ້າທີ່ຂອງຕົນຮັບຜິດຊອບ ເປັນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມຫນັກແຫນ້ນທາງດ້ານການ ເມືອງ-ແນວຄິດ, ເກັ່ງທາງດ້ານວິຊາສະເພາະ, ເຂັ້ມແຂງ ທາງດ້ານລະບຽບວິໄນ ແລະ ມີ ແບບແຜນທັນສະໄຫມ ສູງຂຶ້ນໄປເລື້ອຍໆ.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ
ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ

ສະຫາຍ ເລຂາທິການໃຫຍ່ ໄດ້ເນັ້ນຕື່ມອີກວ່າ: ໃນໄລຍະ 5 ປີຕໍ່ຫນ້າ ຄະນະພັກຊຸດໃໝ່ ຕ້ອງຕັ້ງຫນ້າຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ໃຫ້ເປັນແຜນງານ; ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກກະຊວງລົງໄປ ເຖິງຄະນະພັກແຕ່ລະຂັ້ນໃຫ້ທົ່ວເຖິງ ພ້ອມທັງມີການແບ່ງວຽກງານ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກກະຊວງໃຫ້ລະອຽດ, ຈະແຈ້ງ; ເຊີດຊູຄວາມເປັນເຈົ້າການ ຕໍ່ຫນ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດຫນ້າທີ່ທີ່ຖືກມອບໝາຍ.