ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ
ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ

ທິດທາງໜ້າທີ່ຈຸດສຸມໃນ 5 ປີຕໍ່ໜ້າ, ຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈະ ສຸມໃສ່ 4 ເນື້ອໃນ-ໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ ແລະ ມີລະບຽບວິໄນເຂັ້ມງວດ, ຮັກສາທາດແທ້ມູນເຊື້ອອັນດີງາມຂອງພັກ-ຂອງຊາດ ກໍຄືຂອງກຳລັງ ປກສ ຢ່າງຕໍ່ເນື່ອງ.

ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ

ພົຈວ ສຸວັນນີ ສີສຸພາບມີໄຊ ຮອງເລຂາອົງຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ປະກອບຄໍາຄິດເຫັນໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍານີ້ວ່າ: ໃນ 5 ປີຕໍ່ໜ້ານີ້, ຄະນະພັກກົມໃຫຍ່ການເມືອງຈະສຸມໃສ່ 4 ເນື້ອໃນ-ໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ ຄື: 1. ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ, ປະຕິບັດກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ຂອງລັດ ແລະ ຂໍ້ກຳນົດ, ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຢ່າງເຂັ້ມງວດ. 2. ເອົາໃຈໃສ່ຊີ້ນຳການປັບປຸງກໍ່ສ້າງພັກ ບົນພື້ນຖານຢຶດໝັ້ນ 5 ຫຼັກການ 3 ທິດນຳ ເພື່ອສ້າງ ແລະ ຍົກສູງບົດບາດການນໍາພາ ຂອງພັກໃນກໍາລັງປ້ອງກັນຄວາມສະຫງົບ;

ໃນນັ້ນ, ຍູ້ແຮງການຊີ້ນຳຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ກາຍເປັນໜ້າທີ່ໃຈກາງຂອງຄະນະພັກແຕ່ລະຂັ້ນ; 3. ເພີ່ມທະວີການຊີ້ນໍາປັບປຸງລະບົບກົງຈັກການຈັດຕັ້ງໃຫ້ກະທັດຮັດ, ປັບປຸງພາລະບົດບາດຂອບເຂດສິດ ແລະ ໜ້າທີ່ຈຳນວນໜຶ່ງທີ່ເຫັນວ່າບໍ່ສອດຄ່ອງ, ການບັນຈຸສັບຊ້ອນມອບໝາຍໜ້າທີ່ຕໍາແໜ່ງຕ້ອງຕິດພັນກັບແຜນສ້າງພະນັກງານສືບທອດປ່ຽນແທນ; ການປັບປຸງບູລະນະກົງຈັກແຕ່ລະຂັ້ນ, ຕິດພັນກັບການບຳລຸງກໍ່ສ້າງພະນັກງານ, ການປະຕິບັດນະໂຍບາຍ ແລະ ການກວດກາປ້ອງກັນກຳລັງ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກໍາລັງໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນປະກົດການຫັນປ່ຽນດ້ວຍຕົວເອງ” ແລະ “ເສື່ອມຄຸນປ່ຽນທາດເອງ” ທີ່ຕ້ອງໄດ້ຮັບການແກ້ໄຂຢ່າງແຂງແຮງ ແລະ ທັນການ”. 4. ຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນແນວຄິດໄກສອນ ພົມວິຫານ ຕໍ່ກຳລັງປ້ອງກັນຄວາມສະຫງົບ; ຢຶດໝັ້ນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງຮອບດ້ານຕາມທິດສ້າງນາຍ ແລະພົນຕຳຫຼວດໃຫ້ໄດ້ຄົບ 6 ມາດຕະຖານລວມ ແລະ 4 ມາດຕະຖານສໍາລັບພະນັກງານນຳພາ-ບັນຊາໃຫ້ເປັນຮູບປະທຳຢ່າງແທ້ຈິງ.

ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ
ສຸມໃສ່ 4 ເນື້ອໃນການນໍາພາກໍ່ສ້າງພັກ-ພະນັກງານໃນກຳລັງ ປກສ

ໃນໄລຍະ 5 ປີຜ່ານມາ, ການກໍ່ສ້າງພັກ-ພະນັກງານ ແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິ, ຂໍ້ກຳນົດ, ບົດແນະນຳຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດກາງພັກ ກ່ຽວກັບການສ້າງໜ່ວຍພັກ, ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສ້າງພະນັກງານສືບທອດປ່ຽນແທນໃນໄລຍະໃໝ່, ຈາກນັ້ນ ຄະນະພັກກະຊວງປ້ອງກັນຄວາມສະຫງົບໄດ້ມີຄຳສັ່ງ, ບົດແນະນຳຕ່າງໆທີ່ກ່ຽວຂ້ອງກັບການກໍ່ສ້າງພັກ, ກໍ່ສ້າງພະນັກງານ ເພື່ອເປັນພື້ນຖານບ່ອນອີງໃຫ້ແຕ່ລະອົງຄະນະພັກ ກໍຄືຮາກຖານພັກ, ກຳນົດບັນດາເນື້ອໃນ, ເງື່ອນໄຂ, ມາດຖານໃນການຕີລາຄາຄຸນນະພາບຂອງການກໍ່ສ້າງພັກ-ພະນັກງານ.