ສະຫາຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ
ສະຫາຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາອົງຄະນະພັກ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ປະກອບຄໍາຄິດເຫັນໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກກະຊວງ ປກສ

ພາຍໃຕ້ການຊີ້ນໍາ-ນຳພາຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະ 5 ປີຜ່ານມາ, ເຫັນໄດ້ວ່າ: ການປະຕິບັດວຽກງານວິຊາສະເພາະຂອງ ກົມໃຫຍ່ຕໍາຫຼວດ ສາມາດຍາດໄດ້ຜົນງານ ແລະ ໄຊຊະນະຫຼາຍດ້ານ ສະແດງໃຫ້ເຫັນຢ່າງຈະແຈ້ງໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ແຕ່ສູນກາງລົງຮອດທ້ອງຖິ່ນ ເຊິ່ງຖືວ່າ ມີຄວາມຖືກຕ້ອງຕາມແນວທາງ, ຕາມກົດໝາຍ, ສອດຄ່ອງກັບຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມຄວາມເປັນຈິງ.

ສະຫາຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາອົງຄະນະພັກ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ປະກອບຄໍາຄິດເຫັນໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກກະຊວງ ປກສ ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາ 2020 ນີ້ວ່າ:

ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນສາມາດຮັບປະກັນໄດ້ທາງດ້ານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຫຼັກການວິຊາສະເພາະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັກສາຄວາມສະຫງົບ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ໂດຍໃນນີ້, ບັນຫາອາຊະຍາກຳທີ່ພົ້ນເດັ່ນກວ່າໝູ່ ແມ່ນບັນຫາຢາເສບຕິດ, ການສໍ້ໂກງຊັບ, ປຸ້ນຊັບ, ຊິງຊັບ, ລັກຊັບ, ການຄ້າມະນຸດ, ອຸບັດຕິເຫດຕາມທ້ອງຖະໜົນ ແລະອື່ນໆ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ວັດຖຸ ແລະ ຊັບສິນເປັນຈຳນວນຫຼວງຫຼາຍ.

ຕໍ່ໜ້າສະພາບການດັ່ງກ່າວ, ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍ່ເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຊີ້ນໍາ-ນຳພາເຫຼົ່າວິຊາສະເພາະ ໃນການດໍາເນີນຄະດີຕາມຂະບວນການຍຸຕິທຳ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອຮັບປະກັນການດຳເນີນຄະດີຖືກຕ້ອງຕາມແນວທາງ, ຕາມກົດໝາຍ, ສອດຄ່ອງກັບຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມຄວາມເປັນຈິງຂອງເຫດການແຕ່ລະຄະດີ, ເຊິ່ງເຮັດໃຫ້ສັງຄົມຮັບຮູ້ເຂົ້າໃຈ, ໃຫ້ການຮ່ວມມື ແລະ ເຂົ້າຮ່ວມຂະບວນການໃນການແກ້ໄຂບັນຫາຕ່າງໆ.

ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນການດຳເນີນຄະດີຕາມຂະບວນການຍຸຕິທໍາໃນຕໍ່ໜ້າ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຍັງຕ້ອງໄດ້ສືບຕໍ່ນຳພາກົມກອງເຫຼົ່າວິຊາສະເພາະ ປັບປຸງແກ້ໄຂບາງບັນຫາທີ່ເປັນອຸປະສັກຕໍ່ການດຳເນີນຄະດີ ຄື:

+ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານທີ່ເຮັດໜ້າທີ່ໃນການດໍາເນີນຄະດີ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ສະດຸ້ງໄວຕໍ່ເຫດການຕໍ່ໜ້າທີ່ການເມືອງ ແລະ ຕີຖອຍແນວຄິດຄອງເດີມ, ຄຳພີນິຍົມ, ໃນຕົວສວຍໃຊ້ໜ້າທີ່ ແລະ ຂາດຄວາມຮັບຜິດຊອບ, ເຊິ່ງແມ່ນຄວາມຈຳເປັນທີ່ຕ້ອງໄດ້ແກ້ໄຂໃຫ້ມີການຫັນປ່ຽນຢ່າງທັນການ.

+ ຕັ້ງໜ້າອອກແຮງບຳລຸງຍົກລະດັບພະນັກງານ ທີ່ເຮັດວຽກງານຄະດີຢ່າງຕໍ່ເນື່ອງ ເພື່ອກຳແໜ້ນເລ່ລ່ຽມການເຄື່ອນໄຫວຂອງພວກກໍ່ອາຊະຍາກຳແຕ່ລະໄລຍະ, ປັບປຸງຖານຂໍ້ມູນໃນການຄຸ້ມຄອງເປົ້າໝາຍກະທໍາຜິດທາງອາຍາແຕ່ລະປະເພດ, ແບບແຜນການສ້າງແຜນການມ້າງຄະດີ, ຂັ້ນຕອນລະອຽດແຕ່ລະບາດກ້າວດຳເນີນຄະດີ, ສະຕິຕື່ນຕົວຕໍ່ໜ້າທີ່ການເມືອງຂອງຕົນ, ການປະກອບຂໍ້ມູນຫຼັກຖານຜູກມັດຜູ້ຖືກຫາ ເພື່ອເຮັດໃຫ້ການສະຫຼຸບຄະດີຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ພາວະວິໄສ.

+ ປັບປຸງບັນດານິຕິກໍາ ກ່ຽວກັບ ການດໍາເນີນຄະດີ ໃຫ້ມີຄວາມຮັດກຸມໜັກແໜ້ນ, ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຫຼຸດຜ່ອນຊ່ອງຫວ່າງໃນການດໍາເນີນຄະດີ.

ພ້ອມດຽວກັນນີ້, ຈະຕ້ອງໄດ້ເອົາໃຈໃສ່ຕໍ່ວຽກງານສືບສວນຂັ້ນພື້ນຖານ ເພື່ອກໍາສະພາບການຮອບດ້ານ, ເອົາໃຈໃສ່ຕິດຕາມ, ກວດກາການດຳເນີນຄະດີຢູ່ແຕ່ລະຂັ້ນ ໃຫ້ຮັບປະກັນຄວາມຍຸຕິທໍາ ແລະ ສາມາດເຊື່ອຖືໄດ້, ສ້າງອົງການສືບສວນ-ສອບສວນໃຫ້ເຂັ້ມແຂງໜັກແໜ້ນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນຄະດີຕາມຂະບວນການຍຸຕິທຳ ແລະ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ປັບປຸງກົງຈັກການດໍາເນີນຄະດີຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອເຮັດໃຫ້ການດໍາເນີນຄະດີຢູ່ບາງບ່ອນບໍ່ໃຫ້ຊັກຊ້າ, ແກ່ຍາວ ແລະ ເຮັດໃຫ້ຄະດີອັ່ງອໍ.