ການນໍາຂັ້ນສູງຮັບອຸດໜູນບໍານານ ມີ 2 ທ່ານ ຄື: ພົຕ ປອ ສົມຫວັງ ທຳມະສິດ ແລະ ພົຕ ບຸນມີ ແສງຄຳຢອງ
ການນໍາຂັ້ນສູງຮັບອຸດໜູນບໍານານ ມີ 2 ທ່ານ ຄື: ພົຕ ປອ ສົມຫວັງ ທຳມະສິດ ແລະ ພົຕ ບຸນມີ ແສງຄຳຢອງ

ກະຊວງ ປກສ ໄດ້ຈັດພິທີປະກາດການນໍາຂັ້ນສູງຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງ ແລະ ຫ້ອງວ່າການກະຊວງ ໃນວັນທີ 23 ກັນຍາ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຄະນະລັດຖະມົນຕີ, ຫົວໜ້າ-ຮອງກົມໃຫຍ່, ພະນັກງານຫຼັກແຫຼ່ງຂ້າງ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ໃນພິທີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ໂດຍອີງຕາມກົດໝາຍວ່າດ້ວຍລັດຖະບານ, ອິງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອິງຕາມການຕົກລົງເຫັນດີໃນກອງປະຊຸມ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ; ດັ່ງນັ້ນ, ນາຍົກລັດຖະມົນຕີ ໄດ້ອອກດໍາລັງອະນຸມັດໃຫ້ການນຳ 2 ທ່ານ ດັ່ງນີ້:

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ມີອາຍຸກະສຽນ 67 ປີ, ອາຍຸການ 48 ປີ ແລະ ພົຕ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ມີອາຍຸກະສຽນ 63 ປີ, ອາຍຸການ 46 ປີ ອອກພັກການ-ຮັບອຸດໜູນບໍານານ

ນອກນັ້ນ, ໃນພີທີຍັງໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ; ໂດຍໄດ້ອີງຕາມ ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ, ນາຍົກລັດຖະມົນຕີ ຈຶ່ງອອກດໍາລັດແຕ່ງຕັ້ງ:

ພົຈວ ຄໍາສາຍ ຈັນທະວົງ ເປັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ແຕ່ງຕັ້ງ ພັອ ພອນໄຊ ຍົດສົມບັດ ເປັນ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ

ໃນຕອນທ້າຍ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນໂດນເດັ່ນ ໃນໄລຍະຜ່ານມາ ຂອງການນໍາທີ່ໄດ້ອອກພັກການ-ຮັບອຸດໜູນບໍານານ ຄັ້ງນີ້ ແລະ ຈະຂໍຈົດຈໍາຜົນງານດັ່ງກ່າວນີ້ໄວ້ເປັນບົດຮຽນ ເພື່ອນໍາມາພັດທະນາໃນວຽກງານກໍາລັງ ປກສ ສະເພາະໜ້າ ແລະ ຍາວນານ; ພ້ອມນັ້ນ ທ່ານຍັງກ່າວອີກວ່າ: ພາຍຫຼັງອອກບໍານານແລ້ວ ກໍຂໍໃຫ້ມີຄວາມຮັດແໜ້ນຄວາມສາມັກຄີກັນຄືເກົ່າ, ໃຫ້ຄວາມຊ່ວຍເຊິ່ງກັນແລະກັນ ໃນການໃຫ້ທິດຊີ້ນໍາ, ຊ່ວຍເປັນຫູເປັນຕາຊ່ວຍກັນໃນການຕິດຕາມກວດກາບັນດາພະນັກງານຮຸ່ນສືບທອດເຖິງດ້ານດີ ແລະ ດ້ານອ່ອນທີ່ຈະຕ້ອງແກ້ໄຂໃຫ້ດີຂຶ້ນ.