ທ່ານ ໂນບຸຊິເກະ ທາກາມິຊະວະ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງປະເທດຢີ່ປຸ່ນ ປະຈໍາກອງປະຊຸມເພື່ອການຫຼຸດຜ່ອນອາວຸດທີ່ເຊີແນວ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນວັນທີ 22 ກຸມພາ 2018 ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຖານະປະທານກອງປະຊຸມສົນທິສັນຍາວ່າດ້ວຍການຄ້າອາວຸດທີ່ປະເທດຢີ່ປຸ່ນ ເປັນເຈົ້າພາບ.

ທ່ານ ໂນບຸຊິເກະ ທາກາມິຊະວະ ໄດ້ກ່າວສະແດງຄໍາຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະທີ່ໃຫ້ການຕ້ອນຮັບເປັນຢ່າງດີ; ພ້ອມທັງລາຍງານຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຄັ້ງນີ້ ເພື່ອສະເໜີໃຫ້ປະເທດລາວ ກໍຄືບັນດາປະເທດທີ່ຍັງບໍ່ໄດ້ເຂົ້າເປັນສະມາຊິກ ໃນການພິຈາລະນາເຂົ້າເປັນພາຄີສົນທິສັນຍາວ່າດ້ວຍການຄ້າອາວຸດ; ເຊິ່ງປັດຈຸບັນ ສປປ ລາວ ເປັນປະເທດໜຶ່ງທີ່ຍັງບໍ່ໄດ້ເຂົ້າເປັນສະມາຊິກ ແລະ ຍັງບໍ່ໄດ້ລົງນາມສົນທິສັນຍາດັ່ງກ່າວເຊິ່ງ ກະຊວງ ປກສ ກໍແມ່ນຂະແໜງການໜຶ່ງທີ່ກ່ຽວຂ້ອງໃນການປຶກສາຫາລື ແລະ ປະສານສົມທົບກັບ ກະຊວງການຕ່າງປະເທດ ໃນການຄົ້ນຄວ້າວຽກງານດັ່ງກ່າວ; ພ້ອມນີ້ ຖ້າຫາກ ສປປ ລາວ ສາມາດເຂົ້າເປັນສະມາຊິກ ຈະເປັນການດີເພາະຈະຊ່ວຍໃນການຄຸ້ມຄອງການຄ້າຂາຍອາວຸດແບບຜິດກົດໝາຍໃນປະເທດ.

ການຕ້ອນຮັບ ທ່ານ ໂນບູຊິເກະ ທາກາມິຊາວະ ພ້ອມຄະນະຄັ້ງນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການເຂົ້າພົບປະຄັ້ງນີ້ ແລະ ສະເໜີຈຸດປະສົງດັ່ງກ່າວ ແລະ ຈະໄດ້ນໍາຂໍ້ສະເໜີຄັ້ງນີ້ລາຍງານຂັ້ນເທິງ ເພື່ອພິຈາລະນາຕາມຄວາມເໝາະສົມ.