ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງກົມໃຫຍ່ຕຳຫຼວດປະຊາຊົນ ຄົບຮອບ 42 ປີ ( 23 ເມສາ 1976-23 ເມສາ 2018 ) ໃນວັນທີ 23 ກຸມພາ 2018; ປາຖະກະຖາໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍ ພະນັກງານ-ນັກຮົບ ພາຍໃນກົມ 503 ເຂົ້າຮ່ວມ.

ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ໃຫ້ຮູ້ໂດຍຫຍໍ້ວ່າ: ນັບແຕ່ວັນທີ 23 ເມສາ 1976 ໄດ້ມີມະຕິຕົກລົງຂອງ ທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີສະບັບເລກທີ 19/ນຍ ວ່າດ້ວຍການແຕ່ງຕັ້ງໂຄງປະກອບກົງຈັກການຈັດຕັ້ງກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມສົງເຄາະປະກອບມີ: ຫ້ອງວ່າການ, ກົມ 11 ກົມ ຂຶ້ນກັບກະຊວງພາຍໃນ ໃນເວລານັ້ນກົມຕຳຫຼວດເທດສະບານ ໄດ້ຮັບການສ້າງຕັ້ງຂຶ້ນ; ໃນນີ້, ປະກອບ ໂຄງຮ່າງການຈັດຕັ້ງຄົບຊຸດມີ ທ່ານ ສາລີ ໄພໂລດ ເປັນຫົວໜ້າ, ທ່ານ ຄຳອ້ວນ ຈິນດາວົງ ເປັນຮອງ; ປີ 1982 ຍ້ອນຄວາມຕ້ອງການຂອງໜ້າທີ່ວຽກງານຂອງພັກ-ລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງ ປະເທດເຮົາໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ມີດຳລັດສະບັບ ເລກທີ 232/ນຍ, ລົງວັນທີ 22 ກັນຍາ 1982 ຂອງ ທ່ານ ໜູຮັກ ພູມສະຫວັນ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງບັນດາກົມໃຫຍ່ຂຶ້ນກັບກະຊວງພາຍໃນ ຈຳນວນ 4 ກົມ ໃຫຍ່ໃນເວລານີ້ ກົມຕຳຫຼວດເທດສະບານ ໄດ້ປ່ຽນຊື່ມາເປັນກົມໃຫຍ່ຕຳຫຼວດ ໂດຍແມ່ນ ທ່ານ ພັອ ໄຊສົມແພງ ສຸລິຍະວົງ ເປັນຫົວໜ້າ, ທ່ານ ສາລີ ໄພໂລດ ເປັນຮອງ ແລະ ແຕ່ງຕັ້ງເພີ່ມ 4 ທ່ານ ເປັນຮອງ, ມາຮອດປີ 2011 -2016 ກົມໃຫຍ່ຕໍາຫຼວດໄດ້ປັບປຸງລະບົບກົງຈັກການຈັດຕັ້ງທຸກຂັ້ນ ແລະ ໄດ້ມີການບັນຈຸສັບຊ້ອນບຸກຄະລາກອນເຂົ້າໃນແຕ່ລະຂະແໜງການຂອງໜ້າທີ່ວຽກງານ ວິຊາສະເພາະໃຫ້ແທດເໜາະກັບສະພາບຄວາມເປັນຈິງຂອງກົມ ຊຶ່ງນຳພາໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈຳພັກ ກະຊວງ ປກສ ເລຂາອົງຄະນະພັກຫົວໜ້າກົມໃຫຍ່ຕຳຫຼວດ, ມາປີ 2016-2017 ກົມໃຫຍ່ຕໍາຫຼວດ ໄດ້ມີການປັບປຸງຂັ້ນການ ນຳສູງສຸດ ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ໄປຮັບຕຳແໜ່ງໃໝ່ເປັນຫົວໜ້າຫ້ອງວ່າການ ກະຊວງ ປ້ອງກັນຄວາມສະຫງົບ ຈຶ່ງໄດ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່ ໂດຍແຕ່ງຕັ້ງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ເປັນເລຂາອົງຄະນະພັກ ແລະ ເປັນຫົວໜ້າກົມໃຫຍ່ຕຳຫຼວດຈົນມາຮອດປັດຈຸບັນຕາມດຳລັດເລກທີ 409/ນຍ, ລົງວັນທີ 10 ພະຈິກ 2016 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.

ໂອກາດດຽວກັນ, ຍັງໄດ້ມີການເຜີຍແຜ່ເອກະສານມະຕິ 5 ຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ X ເພື່ອເຮັດໃຫ້ບັນດາພະນັກງານ-ນັກຮົບທົ່ວກົມ 503 ໄດ້ຮັບຮູ້ເຂົ້າໃຈ ພ້ອມທັງເຊື່ອມຊຶມກຳ ແໜ້ນເອົາເນື້ອໃນສຳຄັນຂອງເອກະສານດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອຮັບປະກັນໃຫ້ວຽກງານມີປະສິດທິພາບກວ່າເກົ່າ.