ໃນປີ 2017, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ແລະ ປກສ ເມືອງ ສາມາດແກ້ໄຂຄະດີຄ້າຂາຍຢາເສບຕິດໄດ້ 900 ກວ່າເລື່ອງ, ຜູ້ຖືກຫາ 1.600 ກວ່າຄົນ ຢຶດຂອງກາງຢາບ້າ 204.255 ເມັດ.

ພັທ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ ໃນວັນທີ 22 ກຸມພາ 2018 ວ່າ: ໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ຂັ້ນ ແລະ ແລະ ທ້ອງຖິ່ນ ສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 968 ເລື່ອງ, ຜູ້ຖືກຫາທັງໝົດ 1.623 ຄົນ ຍິງ 172 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 343 ເລື່ອງ, ສາມາດຢຶດຂອງກາງໄດ້ ມີຢາບ້າ 204.255 ເມັດ, ຢາໄອສ໌ 512,62 ກຼາມ, ເງິນກີບ 61.200.000 ກີບ, ເງິນບາດ 2.436.720 ບາດ, ໂທລະສັບ 245 ໜ່ວຍ, ລົດຈັກ 63 ຄັນ, ລົດໃຫຍ່ 30 ຄັນ, ອາວຸດເສິກ 9 ກະບອກ ລູກກະສຸນ 91 ລູກ, ປືນແກັບ 10 ກະບອກ, ອາວຸດລ່າເນື້ອ 2 ກະບອກ ແລະ ວັດຖຸອື່ນໆຈຳນວນໜຶ່ງ. ນອກນີ້, ທົ່ວແຂວງຍັງມີຄະດີອາຍາເກີດຂຶ້ນທັງໝົດ 602 ເລື່ອງ, ຜູ້ຖືກຫາທັງໝົດ 658 ຄົນ ຍິງ 19 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 62 ເລື່ອງ, ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ເກີດຂຶ້ນທັງໝົດ 289 ເລື່ອງ, ລົດຈັກເສຍ 193 ຄັນ ເກັບກູ້ຄືນໄດ້ 68 ຄັນ.

ສ່ວນຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 738 ຄັ້ງ ຜູ້ຖືກຫາ 57 ຄົນ ຍິງ 4 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 33 ເລື່ອງ; ຜົນເສຍຫາຍ ຄົນໄດ້ຮັບບາດເຈັບທັງໝົດ 1.000 ກວ່າຄົນ ຍິງ 250 ຄົນ, ເສຍຊີວິດ 120 ຄົນ ຍິງ 27 ຄົນ, ພາຫະນະເປ່ເພ 1.183 ຄັນ, ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພທົ່ວແຂວງ ມີອັກຄີໄພເກີດຂຶ້ນ 37 ຄັ້ງ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4 ຄັ້ງ, ໃນນີ້ ໄຟໄໝ້ເຮືອນ 20 ຄັ້ງ, ກຸດຕິວັດ 2 ຄັ້ງ, ໄຟໄໝ້ຮ້ານຂາຍເຄື່ອງ 17 ຮ້ານ ແລະ ໄຟລາມປ່າ 6 ຄັ້ງ.