ກອງປະຊຸມເປີດກວ້າງຄົບຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ (ຄຊກມດ) ປະຈໍາປີ 2017 ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະທິການແຫ່ງຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີຄະນະ ຄຊກມດ, ມີຕາງໜ້າຈາກບັນດາກະຊວງ, ອົງການ, ແຂວງ-ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ສອນໄຊ ສີພັນດອນ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານໄລຍະຜ່ານມາ; ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເປັນຕົ້ນແມ່ນ: ການສະຫຼຸບການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018, ການສະຫຼຸບຕີລາຄາຄືນສະພາບການປັບປຸງກົງຈັກການຈັດຕັ້ງຂອງ ຄຊກມດ ແຕ່ລະຂັ້ນ, ການສະຫຼຸບລາຍງານການປະຈັດຕັ້ງປະຕິບັດການສ້າງຄອບຄົວ, ບ້ານ ແລະ ເມືອງ ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປັດສະຈາກການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຂະບວນການສ້າງກົດໝາຍວ່າດ້ວຍສິດສະເໝີພາບຍິງ-ຊາຍ; ນອກນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການປະກອບຄໍາຄິດເຫັນຂອງແຕ່ລະພາກສ່ວນ ໃນການຜັນຂະຫຍາຍ ແລະ ສະຫຼຸບການລາຍງານການຈັດຕັ້ງປະຕິບັດວຽກງານເພື່ອຄວາມສະເໝີພາບຍິງ-ຊາຍ, ການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ, ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ແລະ ສິດທິເດັກ.

ພ້ອມນີ້, ກໍເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນຕໍ່ບົດສະຫຼຸບວຽກງານດັ່ງກ່າວ, ພ້ອມທັງສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ໄດ້ຮັບການປັບປຸງຢ່າງແທດເໝາະກັບສະພາບຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ.