ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ຮ່ວມກັບສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ເປີດກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະຢາເສບຕິດ ແລະ ຟອກເງິນຂຶ້ນ ໃນລະຫວ່າງວັນທີ 27 ກຸມພາ ຫາ 1 ມີນາ 2018 ທີ່ໂຮງແຮມດອນຈັນພາເລດ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຈາກບັນດາແຂວງນະຄອນຫຼວງ ກ່ຽວກັບການຮ່ວມມືການຕ້ານອາຊະຍາກຳຢາເສບຕິດ, ການຟອກເງິນ ແລະ ອາຊະຍາກຳອື່ນໆ.

ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ຣິຊາດ ຟີລິບປາຣ ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຫຼື ILSTA; ມີບັນດາຕ່າງໜ້າຈາກກະຊວງການຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ກ່າວເປີດພິທີວ່າ: ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງຜ່ານມາເປັນບັນຫາທີ່ພົ້ນເດັ່ນທີ່ມີສ່ວນກ່ຽວຂ້ອງກັບການປົກປ້ອງກົດໝາຍ ແລະ ສັ່ງຟ້ອງຜູ້ກະທໍາຜິດຂຶ້ນຕັດສິນ, ທັງເປັນໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ການປົກຄອງລັດດ້ວຍກົດໝາຍ ແລະ ການປົກຄອງທີ່ດີຂອງບັນດາປະເທດຢູ່ໃນໂລກ. ນອກນັ້ນ, ອາຊະຍາກໍາດັ່ງກ່າວຍັງໄດ້ແຜ່ລາມອອກໄປ ແລະ ເປັນອັນຕະລາຍ, ເພີ່ມຄວາມຮ້າຍແຮງຂຶ້ນເລື້ອຍໆ ແລະ ສິ່ງທີ່ຮ້າຍແຮງກວ່ານັ້ນຍັງມີອາຊະຍາກໍາດັ່ງກ່າວຍັງໄດ້ປ່ຽນແປງຈາກການກະທໍາຜິດທີ່ມີຜົນລະດັບທ້ອງຖິ່ນກາຍເປັນການກະທໍາຜິດໃນລະກັບຊາດ ແລະ ລະກັບສາກົນໃນປັດຈຸບັນ. ຈາກສະພາບການດັ່ງກ່າວນັ້ນ, ຖ້າຫາກວ່າການຮ່ວມມືໃນການປົກປ້ອງກົດໝາຍມີລັກຊະນະຈໍາກັດ ຫຼື ບໍ່ໃຫ້ການຮ່ວມມືໃດໆສະຖະນະການກໍຈະປ່ຽນໄປຈາກບໍ່ດີໄປເປັນຫາຍຍານະຢ່າງບໍ່ຕ້ອງສົງໃສ. ເຊິງສະແດງອອກໃນປີ 2016 ຢູ່ ສປປ ລາວ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດໃນທົ່ວປະເທດ 3.814 ເລື່ອງ ມີຜູ້ຖືກຫາ 5.811 ຄົນ ຍິງ 784 ຄົນ; ໃນນີ້ຄົນຕ່າງປະເທດ 127 ຄົນ ຍິງ 18 ຄົນ ແລະ ມາປີ 2017 ສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດໃນທົ່ວປະເທດ 2.770 ເລື່ອງ ມີຜູ້ຖືກຫາ 4.241 ຄົນ ຍິງ 526 ຄົນ; ໃນນີ້ຄົນຕ່າງປະເທດ 100 ຄົນ ຍິງ 18 ຄົນ ຖ້າທຽບສະພາບອາຊະຍາກໍາຢາເສບຕິດເຫັນວ່າ ຫຼຸດລົງ 1.044 ເລື່ອງ.

ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການແກ້ໄຂໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດກົດໝາຍ ແລະ ສາມາດຕອບໂຕ້ຄືນທຸກການກະທໍາຜິດທີ່ກໍ່ຂຶ້ນຢ່າງຮີບດ່ວນ ແລະ ທັນການ ເພື່ອນໍາເອົາຜູ້ກະທໍາຜິດລົງໂທດ. ດັ່ງນັ້ນ, ຈຶ່ງໄດ້ໄຂກອງປະຊຸມ ເພື່ອເປັນການຮ່ວມມືສາກົນ ແລະ ຮ່ວມມືກັນຂອງທຸກພາກສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ພະນັກງານກ່ຽວກັບການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະຢາເສບຕິດ ແລະ ຟອກເງິນໄດ້ທັງປະລິມານ ແລະ ຄຸນນະພາບ.