ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ” ວິທະຍາການຄົ້ນຄວ້າວິຊາຕ່າງໆ ” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສມປຊ ຄົບຮອບ 23 ປີ (27 ກຸມພາ 1995-27 ກຸມພາ 2018) ໃນວັນທີ 27 ກຸມພາ 2018, ພາຍໃຕ້ການເປັນປະທານໂດຍ ທ່ານ ຮສຈ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ມີຫົວໜ້າຫ້ອງການ ສມປຊ, ຫົວໜ້າກົມ-ຮອງກົມ, ຫົວໜ້າຄະນະວິຊາ-ຮອງຄະນະວິຊາ ພ້ອມດ້ວຍພະນັກ ງານ-ຄູອາຈານ ແລະ ພາກສ່ວນກ່ຽວຂ້ອງທົ່ວ ສມປຊ ເຂົ້າຮ່ວມ.

ທ່ານ ຮສຈ ສະໝຸດທອງ ສົມພານິດ ກ່າວວ່າ: ການຈັດກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ເປັນການສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ ວິທະຍາການຄົ້ນຄວ້າວິຊາຕ່າງໆ ” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສມປຊ ຄົບຮອບ 23 ປີ, ເຊິ່ງເປັນໜ້າທີ່ໃຈກາງສຳຄັນຂອງ ສມປຊ, ທັງເປັນການຍົກສູງຄຸນນະພາບການຮຽນ-ການສອນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງໄລຍະຜ່ານມາ, ຄຽງຄູ່ກັບຜົນສຳເລັດດ້ານຕັ້ງໜ້າ ໂດຍມີລັກສະນະພື້ນຖານທີ່ຍັງມີຂໍ້ຈຳກັດ ແລະ ຄົງຄ້າງຈຳນວນໜຶ່ງ ຈຶ່ງເຮັດໃຫ້ຕ້ອງມີການຄົ້ນຄວ້າກ່ຽວກັບການຊອກວິທີແກ້ໄຂ.

ໃນນີ້, ກອງປະຊຸມສຳມະນາວິທະຍາສາດ ໄດ້ຮັບຟັງຜົນການຄົ້ນຄວ້າມີ 11 ຫົວຂໍ້ຄື: ວິທີວິທະຍາຄົ້ນຄວ້າເສດຖະສາດມະຫາພາກ, ຄົ້ນຄວ້າເສດຖະສາດຈຸລະພາກ, ຄົ້ນຄວ້າເສດຖະສາດພັດທະນາ, ຄົ້ນຄວ້າທິດສະດີລັດ ແລະ ກົດໝາຍ, ຄົ້ນຄວ້າເຕັກນິກບໍລິຫານ, ຄົ້ນຄວ້າປະຫວັດສາດພັກ, ຄົ້ນຄວ້າກໍ່ສ້າງພັກ, ຄົ້ນຄວ້າການເມືອງວິທະຍາ, ຄົ້ນຄວ້າການປົກຄອງ, ຄຸ້ມຄອງຫຼັກສູດການເມືອງ-ການປົກຄອງ ແລະ ວິທີວິທະຍາປະເມີນຫຼັກສູດການເມືອງ-ການປົກຄອງ ເພື່ອເຮັດໃຫ້ພະນັກງານຄູ-ອາຈານພາຍໃນ ສມປຊ ໄດ້ເຂົ້າໃນຢ່າງເລິກເຊິ່ງ ແລະ ຈະແຈ້ງກ່ຽວກັບວິທີວິທະຍາການຄົ້ນຄວ້າແຕ່ລະວິຊາໃຫ້ມີຄວາມຊັດເຈນ, ສາມາດຈຳແນກໄດ້ຈຸດຄ້າຍຄືກັນ ແລະ ແຕກຕ່າງກັນ ເພື່ອຮັບປະກັນໃຫ້ການຄົ້ນຄວ້າວິຊາຕ່າງໆມີຄຸນນະພາບ ແລະ ຖືກຕ້ອງຕາມຫຼັກການ.