ສົກປີນີ້, ຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ຈະເອົາໃຈໃສ່ຕອບສະໜອງເຄື່ອງຂອງທີ່ຈໍາເປັນໃຫ້ແກ່ກໍາລັງປ້ອງກັນສູນກາງ ເພື່ອແນໃສ່ຮັບປະກັນໃຫ້ແກ່ການປະຕິບັດວຽກງານວິຊາສະເພາະມີຄວາມສະດວກຂຶ້ນ.

ພັທ ບຸນເຮືອງ ແສນພູລິບຸດ ຫົວໜ້າຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງກ່າວ ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 28 ກຸມພາ 2018 ວ່າ: ເພື່ອຕອບສະໜອງເຄື່ອງຮັບໃຊ້ໃນວຽກງານວິຊາສະເພາະໃຫ້ກໍາລັງປ້ອງກັນສູນກາງ ໃນສົກປີ 2018 ນີ້, ຫ້ອງພະລາທິການ ຈະໄດ້ເພີ່ມຄວາມເອົາໃຈໃສ່ໃນການຕອບສະໜອງເຄື່ອງຂອງທີ່ຈໍາເປັນໃຫ້ກໍາລັງວິຊາສະເພາະປ້ອງກັນສູນກາງ ໃຫ້ມີຄວາມວ່ອງໄວ, ແລະ ເໝາະສົມກັບວຽກງານຢ່າງພຽງພໍ. ໃນນັ້ນ, ຈະໄດ້ມີການປັບປຸງລະບອບແບບແຜນ ແລະ ກົນໄກວິທີເຮັດວຽກ, ປັບປຸງຄົ້ນຄວ້າຮ່າງກໍານົດລະບຽບຫຼັກການຂອງວຽກງານ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານເປັນເອກະພາບໃນການປະກອບ, ນໍາໃຊ້ພາຫະນະ, ວັດຖຸອຸປະກອນເຕັກນິກພະລາທິການຮັບໃຊ້ກໍາລັງປ້ອງກັນສູນກາງ, ປັບປຸງເຫຼົ່າຮົບພະລາທິການໃຫ້ມີແນວຄິດປະຢັດມັດທະຍັດ ຖືວັດຖຸສິ່ງຂອງສ່ວນລວມສູງກວ່າສ່ວນຕົວ. ຄຽງຄູ່ກັນນັ້ນ, ຍັງຈະສືບຕໍ່ຂຶ້ນແຜນງົບປະມານເງິນເດືອນ ແລະ ເງິນຮ່ວງຕ່າງໆປະຈໍາເດືອນ, ຄຸ້ມຄອງ, ກວດກາລາຍຮັບ-ລາຍຈ່າຍຖືກຕ້ອງຕາມທິດຊີ້ນໍາຂອງກົມໃຫຍ່ພະລາທິການ ເວົ້າສະເພາະແມ່ນການຊີ້ນໍາຂອງຄະນະພັກກອງບັນຊາການປ້ອງກັນສູນກາງ, ຂຶ້ນແຜນງົບປະມານເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງໃຊ້ຫ້ອງການ, ເຄື່ອງສິດສອນ, ເຄື່ອງເຮືອນຄົວລວມ, ເຂົ້າກິນໃຫ້ຕ້ອງທັນເວລາ, ຮັບປະກັນການເບີກຈ່າຍໃຫ້ຖືກເປົ້າໝາຍ ແລະ ລະບຽບຫຼັກການ, ຂຶ້ນແຜນງົບປະມານນໍ້າມັນເຊື້ອໄຟ, ນໍ້າມັນຫຼໍ່ລື່ນ, ສະສາງລົດເກົ່າອອກບັນຊີ, ບໍາລຸງຮັກສາວັດຖຸອຸປະກອນສໍານັກງານກອງບັນຊາການ, ຄຸ້ມຄອງການນໍາໃຊ້ພາຫະນະອຸປະກອນເຕັກນິກ ຮັບປະກັນການເຄື່ອນໄຫວເຮັດວຽກງານວິຊາສະເພາະຖືກຕ້ອງທັນເວລາ.

ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາຫ້ອງພະລາທິການ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ເຮັດວຽກງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຮັບປະກັນໄດ້ວຽກງານພະລາທິການລ້ຽງດູກໍາລັງໃນທົ່ວກໍາລັງປ້ອງກັນສູນກາງ, ໄດ້ຮັບເງິນເດືອນ, ເງິນບໍລິຫານຮ່ວງຕ່າງໆ, ເຄື່ອງອຸປະກອນວິຊາສະເພາະ, ພາຫະນະວັດຖຸເຕັກນິກຄົບຖ້ວນຕາມລະບອບອັດຕາທີ່ທາງກະຊວງ ອະນຸມັດຕົວເລກ, ເປັນເຈົ້າການສ້າງງົບປະມານລາຍຮັບ-ລາຍຈ່າຍປະຈໍາເດືອນ ທຸກໆເດືອນຖືກຕ້ອງຕາມທິດຊີ້ນໍາຂອງຄະນະພັກ-ຄະນະບັນຊາການຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນອຸດໜູນ, ເງິນບໍລິຫານ ແລະ ເງິນວິຊາສະເພາະ ນໍາໃຊ້ຖືກເປົ້າໝາຍຕາມລະບຽບຫຼັກການ, ຮັດກຸມ, ຮັບປະກັນໃຫ້ການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຂອງກໍາລັງປ້ອງກັນສູນກາງ ຮັບປະກັນໄດ້ 100% ຄື: ຮັບຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ ຈໍານວນ 22.776.877.522 ກີບ, ຮັບຈ່າຍເງິນບໍລິຫານປົກກະຕິ 294.549.857 ກີບ, ຮັບຈ່າຍເງິນດັດສົມ, ສົ່ງເສີມ ແລະ ເງິນບໍາລຸງ 261.242.400 ກີບ.