ສະຫະພັນແມ່ຍິງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະສືບຕໍ່ນໍາພາສະມາຊິກແມ່ຍິງທົ່ວເມືອງ ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ວາງອອກ ຕິດພັນກັບໜ້າທີ່ການເມືອງຂອງພັກ-ລັດມອບໝາຍ ແນໃສ່ສ້າງສະຫະພັນແມ່ຍິງ 3 ດີ ໃຫ້ໄດ້ 95% ຂຶ້ນໄປ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ຂອງຫ້ອງການສະຫະພັນແມ່ຍິງ ເມືອງຈັນທະບູລີ ຈັດຂຶ້ນໃນວັນທີ 6 ມີນາຜ່ານມານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີບັນດາແຂກຮັບເຊີນ, ສະມາຊິກແມ່ຍິງທົ່ວເມືອງເຂົ້າຮ່ວມ; ໃນພິທີ, ທ່ານ ນາງ ສຸດສະດາ ປະທານສະຫະພັນແມ່ຍິງ ເມືອງຈັນທະບູລີ ກ່າວວ່າ: ໃນຕໍ່ໜ້າ, ຄະນະສະຫະພັນແມ່ຍິງເມືອງ ຈະສືບຕໍ່ຊີ້ນໍາ-ນໍາພາເອື້ອຍນ້ອງແມ່ຍິງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງຕິດພັນກັບໜ້າທີ່ການເມືອງຂອງພັກ-ລັດມອບໝາຍໃຫ້ ແນໃສ່ສ້າງສະຫະພັນແມ່ຍິງ 3 ດີ ໃຫ້ໄດ້ 95% ຂຶ້ນໄປ ໂດຍຄັດເລືອກແມ່ຍິງ 3 ດີ ໃນແຕ່ລະເດືອນ, ແຕ່ລະໄຕມາດ, ສູ້ຊົນສ້າງໃຫ້ແຕ່ລະຈຸສ້າງໃຫ້ໄດ້ບຸກຄົນຕົວແບບດ້ານໃດດ້ານໜຶ່ງ ເປັນຕົ້ນແມ່ນ: ດ້ານເສດຖະກິດ, ວິຊາສະເພາະ ແລະ ຄອບຄົວມີຄວາມຜາສຸກ ເພື່ອເຮັດໃຫ້ແມ່ຍິງພາຍໃນເມືອງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຕ່າງໆທີ່ການຈັດຕັ້ງມອບໝາຍໃຫ້ ແລະ ເປັນການພັດທະຕົນເອງຂຶ້ນໄປເທື່ອລະກ້າວ.

ໃນ 1 ປີຜ່ານມາ, ສະຫະພັນແມ່ຍິງເມືອງ ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດສາມສ້າງວຽກງານວິຊາສະເພາະຂອງຕົນການດໍາເນີນຊີວິດການເມືອງ ເພື່ອເປັນການປະເມີນຄືນວຽກງານ 3 ດີ ຂອງໜ່ວຍຫ້ອງການ ແລະ ບ້ານ ໄດ້ 21 ບ້ານ ແລະ 4 ຫ້ອງການ ມີຜູ້ເຂົ້າຮ່ວມທັງໝົດ 6.513 ຄົນ; ນອກນີ້, ຍັງໄດ້ເອົາໃຈໃສ່ປຸກລະດົມເອື້ອຍ-ນ້ອງແມ່ຍິງທົ່ວເມືອງ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ທຸກຄົນມີສະຕິຕໍ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກຂອງກຸ່ມຄົນບໍ່ດີ, ເຂົ້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວແມ່ຍິງ, ຄອບຄົວ ແລະ ສັງຄົມ, ເຂົ້າຮ່ວມປະກອບສ່ວນເຂົ້າໃນການປ້ອງກັນເວນຍາມໃນກອງປະຊຸມສໍາຄັນຕ່າງໆຂອງຊາດ-ຂອງພັກ ແລະ ໄດ້ລະດົມວັດຖຸປັດໄຈເພື່ອຊຸກຍູ້ອ້າຍນ້ອງກອງຫຼອນບ້ານ ທີ່ປະຈໍາການຢ່າງເປັນຂະບວນຟົດຟື້ນ.