ກົມໃຫຍ່ການເມືອງ ປກສ ປະກາດການຈັດຕັ້ງຂັ້ນກົມ-ພະແນກ

0
1560

ວັນທີ 2 ກຸມພາ 202,ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມແລະຂັ້ນພະແນກທີ່ຂຶ້ນກັບ,ເປັນປະທານ ໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ,ມີຄະນະພັກ-ຄະນະກົມ, ພ້ອມດ້ວຍພະແນກ ແລະ ພະນັກງານອ້ອມກົມໃຫຍ່ການເມືອງເຂົ້າຮ່ວມ.

ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດເປັນຮອງກົມທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ,ຜ່ານຂໍ້ຕົກລົງຂອງຫົວໜ້າກົມໃຫຍ່ການເມືອງວ່າດ້ວຍການຍົກຍ້າຍນາຍ ຕໍາຫຼວດໄປຮັບໜ້າທີ່ໃໝ່,ວ່າດ້ວຍການແຕ່ງ ຕັ້ງບັນດານາຍຕໍາຫຼວດເປັນຫົວໜ້າ-ຮອງພະແນກ,ຄະນະວິຊາ,ກອງ,ໝວດຂອງຫ້ອງ, ກົມ,ໂຮງຮຽນທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ.

ໃນນີ້, ລັດຖະມົນຕີກະຊວງ ປກສ ຕົກລົງແຕ່ງຕັ້ງ ພັທ ວິຊຽນ ຫານວິໄລ ເປັນຮອງກົມກໍ່ສ້າງກໍາລັງ, ພັທ ລັດສະໝີ ເພັງສະຫວັນ ເປັນຮອງກົມພັກ, ຫົວໜ້າກົມໃຫຍ່ການເມືອງຕົກລົງຍົກຍ້າຍ ພັທ ສຸດສະດີ ບຸດຈັນທະລາດ ຈາກກົມຈັດຕັ້ງພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ກົມນະ ໂຍບາຍ, ພັທ ນາງ ຄອນວິໄລ ນວນທະລັງສີ ຈາກກົມຈັດຕັ້ງພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ກົມປະກັນສັງຄົມ,ພັທ ໄມເພັດ ທິບພະວົງ ຈາກກົມນະໂຍບາຍ ໄປຮັບໜ້າທີ່ໃໝ່ຢູ່ກົມປະກັນສັງ ຄົມ, ພັຕ ອານົນ ພັນວົງສາ ຈາກຫ້ອງຊາວໜຸ່ມ ໄປຮັບໜ້າທີ່ໃໝ່ຢູ່ກົມໂຄສະນາອົບຮົບ, ພັຕ ລໍ້າເລີດ ບັງອອນແສງເດດ ຈາກຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງກໍາມະບານ,ແຕ່ງຕັ້ງນາຍຕໍາຫຼວດເປັນຫົວໜ້າ-ຮອງພະແນກ, ຄະນະວິຊາ, ກອງ, ໝວດຂອງຫ້ອງ, ກົມ,ໂຮງຮຽນທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ ຈຳນວນ 43 ສະຫາຍ.

ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວວ່າ: ການປະກາດກົງຈັກການຈັດຕັ້ງຄັ້ງນີ້,ກໍເພື່ອເປັນການປັບປຸງຊັບ ຊ້ອນບຸກຂະລາກອນໃຫ້ຖືກຕ້ອງກັບຄວາມຮູ້ຄວາມສາມາດ ແລະ ຖືກກັບໜ້າວຽກ ເພື່ອຫຼີກຫຼ່ຽງການແຕ່ງຕັ້ງເຫຼືອບໍ່ພໍ,ຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ ຈົ່ງພ້ອມກັນສືບຕໍ່ປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສໍາເລັດ.

ພາບ-ຂ່າວ: ແກ້ວ ອຸເພັດ