ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດຕັ້ງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາຊົນ ແຂວງຊຸດ ທີ I; ເຜີຍແຜ່ໂດຍ ທ່ານ ໄຊພອນ ຄຸນສີລິເຮືອງ ສະມາຊິກສະພາແຫ່ງຊາດ ປະທານສະພາ ປະຊາຊົນແຂວງຫຼວງນໍ້າທາ, ມີ ທ່ານ ປອ ຈັນພິພັກ ກອງຈຳປາ, ເຈົ້າເມືອງໆສິງ, ມີບັນດາແຂກຮັບເຊີ,ນ ພະນັກງານຫຼັກແຫຼ່ງຈາກສອງກອງບັນຊາການ ປກຊ-ປກສ ເມືອງ ເຂົ້າຮ່ວມ.

ທ່ານ ໄຊພອນ ຄຸນສີລິເຮືອງ ໄດ້ຍົກໃຫ້ເຫັນບັນດາໝາກຜົນຂອງການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາຊົນແຂວງ ຊຸດທີ I ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ; ການປັບປຸງ ພື້ນຖານໂຄງລ່າງ, ວັດທະນາທຳ-ສັງຄົມ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຜູ້ຢູ່ຫ່າງໄກສອກຫຼີກ, ການປະຕິບັດມາດຕະການຜ່ອນຜັນ ເພື່ອປ້ອງກັນພະຍາດໂຄ ວິດ-19 ແລະ ບັນຫາອື່ນໆ.

ກອງປະຊຸມດັ່ງກ່າວ ບັນດາຜູ້ ແທນກອງປະຊຸມ ຍັງໄດ້ປະ ກອບຄຳຄິດຄຳເຫັນ ເພື່ອພ້ອມກັນກະກຽມປ້ອງກັນການປ່ອນບັດສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ມີຜົນສໍາເລັດໄປ ຕາມລະດັບຄາດໝາຍທີ່ວາງໄວ້.