ໃນຕອນເຊົ້າວັນທີ 13 ມີນາ 2018, ບັນດາຄະນະນຳກົມໃຫຍ່ສັນຕິບານ ກະຊວງ ປກສ ນຳໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ວາງກະຕ່າດອກໄມ້ ແລະ ກົ້ມຫົວໄວ້ອາໄລຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາໃນການຊີ້ນຳກຳລັງປະກອບອາວຸດ ແລະ ສະລະຊີວິດຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ ຈົນຍາດໄດ້ໄຊຊະນະເນື່ອງໃນວັນສ້າງຕັ້ງກຳລັງສັນຕິບານ ຄົບຮອບ 55 ປີ (13 ມີນາ 1963-13 ມີນາ 2018).

ໃນຄັ້ງວັນທີ 5-12 ເມສາ 1961 ຫ້ອງການປ້ອງກັນຄວາມສະຫງົບ ໄດ້ເປີດກອງປະຊຸມຄົບຄະນະ ໄດ້ມີມະຕິຕົກລົງກ່ຽວກັບການປັບປຸງ, ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ, ນັບແຕ່ນັ້ນມາກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ; ເວົ້າລວມແລ້ວໃນ ໄລຍະເວລານັ້ນ ໄດ້ມີກົງຈັກຂ້ອນຂ້າງຄົບຖ້ວນຂອງກຳລັງປ້ອງກັນຄວາມສະຫງົບ ໃນນັ້ນ, ມີກຳລັງ (ຕ້ານນັກສືບ) ໃນປັດຈຸບັນຮ້ອງວ່າ (ສັນຕິບານ).

ວັນທີ 13 ມີນາ 1963 ສູນກາງພັກໄດ້ມີມະຕິຕົກລົງກ່ຽວກັບການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ, ໃນເວລານີ້, ກຳລັງປ້ອງກັນຄວາມສະຫງົບຂຶ້ນກັບການຈັດຕັ້ງສູນກາງ ແລະ ໂຄງຮ່າງການຈັດຕັ້ງໄດ້ປະກອບເປັນ 3 ພະແນກ ຄື: ພະແນກປ້ອງກັນສູນກາງ, ພະແນກພາຍໃນ ແລະ ພະແນກຂົນຂວາຍກໍ່ສ້າງຮາກຖານໃນ ຈຳນວນ 3 ພະແນກນີ້ ເນື້ອແທ້ແມ່ນກຳລັງຕ້ານນັກສືບ ຫຼື ກຳລັງສັນຕິບານນັ້ນເອງ (ປ້ອງກັນສູນກາງເມື່ອກ່ອນ ກໍຢູ່ນຳກົມໃຫຍ່ II ຫຼື ກົມປ້ອງກັນການເມືອງ).